spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຊາຍໜຸ່ມໂພສຕ໌ລະບາຍ ລົດລົ້ມເພາະຫັກລົດຫຼີກນັກຈັບໂປເກມອນ ຈົນໂຕເອງຕົກລົງຂີ້ຕົມ ແລະ ບາດເຈັບ

ຊາຍໜຸ່ມໂພສຕ໌ລະບາຍ ລົດລົ້ມເພາະຫັກລົດຫຼີກນັກຈັບໂປເກມອນ ຈົນໂຕເອງຕົກລົງຂີ້ຕົມ ແລະ ບາດເຈັບ

Published on

ຊາວເນັດແຫ່ແຊຣ໌ ເລື່ອງລາວຊາຍໜຸ່ມຄົນໜຶ່ງປະສົບອຸບັດເຫດຈາກ ເກມໂປເກມອນ ໂກ ຫຼັງລົດລົ້ມ ເພາະຕ້ອງຫັກລົດຫລີກນັກໄລ່ລ່າເກັບໂປເກມອນ ຈົນລົດຕົກລົງຂີ້ຕົມ ແລະ ໄດ້ຮັບບາດເຈັບ.

ວັນທີ 8 ສິງຫາ 2016 ຜູ້ສື່ຂ່າວລາຍງານວ່າ ໂລກອອນໄລນ໌ມີການແຊຣ໌ເລື່ອງລາວທີ່ໂພສຕ໌ຜ່ານເຟສບຸກ Visoredz Worapol ກໍລະນີເຈົ້າຂອງເພຈ ປະສົບອຸບັດເຫດ ເພາະເກມດັງຍອດຮິດທີ່ສຸດໃນຕອນນີ້ຢ່າງ Pokemon Go ທີ່ລາວຕ້ອງໄດ້ຫັກຫຼີກລົດຈັກຄັນທາງໜ້າທີ່ຂີ່ໄລ່ຈັບໂປເກມອນຈົນເຮັດໃຫ້ລາວລົ້ມລົງໃສ່ບວກຕົມ ແລະ ໄດ້ຮັບບາດເຈັບ.

ດ້ານຊາວເນັດຕ່າງກົດໄລຄ໌ ກົດແຊຣ໌ກັນເປັນຈຳນວນຫຼາຍ ເພື່ອເຕືອນສະຕິຄົນຫຼິ້ນເກມໂປເກມອນໂກ ທັງຫຼາຍ ແລະ ບາງຄົນເລົ່າປະສົບການ ພົບລົດຈັກຂີ່ຂຶ້ນທາງຄົນຍ່າງ ແຖມຂັບລົດໄປຈັບໂປເກມອນໄປ ຈົນເກືອບຕຳເອົາຄົນທີ່ກຳລັງຍ່າງຢູ່ແຄມທາງ.

ນີ້ເປັນອີກໜຶ່ງບົດຮຽນ ທີ່ໜ້າຄິດ ການຫຼິ້ນເກມຕ້ອງຫຼິ້ນຢ່າງມີສະຕິ ຫຼິ້ນໃນລະດັບພໍດີພໍງາມ ທີ່ສຳຄັນຢ່າຫຼິ້ນຈົນສ້າງຄວາມເດືອດຮ້ອນໃຫ້ກັບຄົນອື່ນ ແລະ ຕົວເອງ.

pokemon1

ພາບ ແລະ ຂໍ້ມູນຈາກ: ເຟສບຸກ Visoredz Worapol Kengkittipat

ແລະ http://hilight.kapook.com/view/140539

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...