Homeຂ່າວເຫດການຈົດໝາຍຈາກລູກຄ້າຮຽກຮ້ອງ ໃຫ້ໄປສະນີລາວປັບປຸງການບໍລິການ

ຈົດໝາຍຈາກລູກຄ້າຮຽກຮ້ອງ ໃຫ້ໄປສະນີລາວປັບປຸງການບໍລິການ

Published on

ສຳນັກຂ່າວລາວໂພສຕ໌ໄດ້ຮັບຈົດໝາຍ ພ້ອມຂໍ້ມູນເປັນຮູບຖ່າຍເອກະສານໄປສະນີ ໂດຍເນື້ອໃນຈົດໝາຍເວົ້າເຖິງບັນຫາເລັກນ້ອຍ ທີ່ຍັງເປັນຈຸດທີ່ຕ້ອງການຢາກໃຫ້ ໄປສະນີລາວມີການປັບປຸງຕື່ມ ເພື່ອຮັບໃຊ້ສັງຄົມຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ.

ຈົດໝາຍເລົ່າວ່າ: ຝາກເຄື່ອງຈາກອາເມກາ ທີ 19/7/16 ເຄື່ອງຮອດໄປສະນີລາວ ລູກຄ້າໄປຮັບເຄື່ອງທີ 26/7/16 ເເຕ່ນໍ້າຫນັກບໍ່ຄົບ 5 ໂລ. ກະເປົາເສຍ 14 ຫນ່ວຍ ເເລະ ຫນ່ວຍທີ່ເສຍກະມີເເຕ່ຫນ່ວຍງາມງາມຍີ່ຫໍ້ດັງໆທີ່ເປັນທີ່ນິຍົມຢູ່ລາວ ສີຂີ້ຮ້າຍພັດບໍ່ເສຍ ເບິ່ງຄືວ່າມີລັກສະນະຕັ້ງໃຈ. ຕາມການບອກເລົ່າຂອງລູກຄ້າ ຜູ້ທີ່ໄປຮັບເຄື່ອງຢູໄປສະນີບອກວ່າ ພະນັກງານໄປສະນີບອກວ່າເເກັດເເຕກ ພວກເຮົາພ້ອມດ້ວຍເຈົ້າຫນ້າທີ່ພາສີເລີຍເເກະກວດເບິ່ງ, ລູກຄ້າໄດ້ຖາມໄປອີກວ່າ ເປັນຫຍັງຈະເເກະເເກັດຂ້ອຍຄືບໍ່ຖ້າຂ້ອຍຜູ້ທີ່ເປັນເຈົ້າຂອງຊັບມາເບິ່ງນຳກັນ ເຈົ້າຫນ້າທີ່ບອກວ່າ ເເກັດເຈົ້າມັນເເຕກ ພວກເຮົາກັບເຈົ້າຫນ້າທີ່ພາສີເລີຍເເກະກວດເບິ່ງ ມັນເປັນກົດລະບຽບບໍ່ສາມາດໃຫ້ຜູ້ຮັບມາເບິ່ງນຳໄດ້ (ເເຕ່ພັດເເມ່ນຮອຍປາດດ້ວຍຂອງມີຄົມ ແລະ ບໍ່ມີຮອຍເເຕກຈັກນ້ອຍ).

ເຄື່ອງຈະເສຍຢູ່ພາຍໃນ ຫລື ປະເທດທາງຜ່ານກໍ່ເເລ້ວເເຕ່ ມັນກໍສ້າງຄວາມເສຍຫາຍໃຫ້ຜູ້ທີ່ໃຊ້ບໍລິການ ເເລະ ພາບພົດຂອງໄປສະນີລາວ ດັ່ງນັ້ນ, ໄປສະນີລາວຄວນຈະຕ້ອງມີການສືບທາວຫາວ່າແກັດແຕກມັນແຕກຢູ່ໃສ? ເຄື່ອງເສຍມັນເສຍຢູ່ໃສ? (ຕະຫຼອດການນຳສົ່ງສິນຄ້າ ຈາກອາເມລິກາ-ປະເທດລາວ) ເພື່ອຫາຄຳຕອບແກ່ລູກຄ້າ ຖ້າພົບເຫັນວ່າຄວາມເສຍຫາຍທີ່ເກີດຂຶ້ນ ເກີດຂຶ້ນຢູ່ຈຸດໃດຂອງການຂົນສົ່ງ ກໍຄວນໃຫ້ຈຸດນັ້ນທົດແທນຄ່າເສຍຫາຍ.

ໃນປັດຈຸບັນນີ້ ຄົນລາວຫລາຍຮ້ອຍຄົນກໍ່ພາກັນໄປຝາກເຄື່ອງຢູ່ໄປສະນີຫນອງຄາຍເເທນ ເພາະເຂົາເຈົ້າເຫັນວ່າມີຄວາມສະດວກ, ເຄື່ອງຮອດໄວ, ປອດໄພ ແລະຄ່າບໍລິການຖືກກວ່າ.  ອັນນັ້ນແມ່ນໄດ້ສະເເດງໃຫ້ເຫັນເເລ້ວວ່າ ຄວາມເຊື່ອຫມັ້ນຂອງປະຊາຊົນຕໍ່ໄປສະນີລາວເເມ່ນມີນ້ອຍລົງ ຈິ່ງຮ້ອງຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງເເກ້ໄຂບັນຫານີ້ຕື່ມ ເພື່ອບໍ່ໃຫ້ເກີດມີບັນຫາອີກເເລະເປັນການປັບປຸງໃຫ້ດີກວ່າເກົ່າ ເພື່ອໃຫ້ຄົນລາວໄດ້ຫັນມາໃຊ້ການບໍລິການຂອງ ໄປສະນີລາວໃຫ້ນັບມື້ຫຼາຍຂຶ້ນ ຢ່າງພາກພູມໃຈ.

ດ້ວຍຄວາມເຄົາລົບ
ຈາກລູກຄ້າໄປສະນີລາວ
13977829_10154514931955513_885977414_o 14012789_10154514932125513_17432913_o
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...