spot_img
Homeຂ່າວທ້ອງຖິ່ນຈີນບໍ່ໄດ້ຢຶດເຂື່ອນໄຟຟ້າ ແລະ ບໍ່ກ່ຽວກັບໜີ້ສິນຕາມທີ່ເປັນຂ່າວ

ຈີນບໍ່ໄດ້ຢຶດເຂື່ອນໄຟຟ້າ ແລະ ບໍ່ກ່ຽວກັບໜີ້ສິນຕາມທີ່ເປັນຂ່າວ

Published on

ສືບເນື່ອງຈາກ ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 4 ກັນຍາ ທີ່ຜ່ານມາວ່າ ໂດຍອ້າງແຫຼ່ງຂ່າວວົງໃນວ່າລັດຖະບານລາວກຽມຍົກການຄວບຄຸມສ່ວນໃຫຍ່ໃນບໍລິສັດຜະລິດໄຟຟ້າໃຫ້ຈີນດຳເນີນການ ຫຼັງມີແນວໂນ້ມວ່າຈະຜິດນັດຊໍາລະໜີ້ລັດຖະບານຈີນ.

ຈາກຂ່າວດັ່ງກ່າວ, ໃນວັນທີ 9 ກັນຍານີ້ ບໍລິສັດ ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງຜ່ານເຟສບຸກເພຈທາງການ ໂດຍມີເນື້ອໃນດັ່ງນີ້: ປະເດັນຂ່າວທີ່ວ່າ ທາງການຈີນຈະຢຶດດລະບົບສາທາລະນຸປະໂພກຂອງປະເທດລາວໂດຍສະເພາະເຂື່ອນໄຟຟ້າ ແລະສາຍສົ່ງ, ຄວາມຈິງແລ້ວຄື: ບໍ່ມີການຢຶດໃດໆ ທາງລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມື ລະຫວ່າງລາວ ແລະ ຈີນ ທີ່ມີມາຍາວນານທີ່ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ, ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ: ການຄວບ ຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວບໍ່ແມ່ນຂອງລັດຖະບານປະເທດອື່ນ.

ການເຂົ້າມາຂອງ ບໍລິສັດ CSG ທີ່ຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍ ເຫຼືອລັດຖະບານລາວ ທັງໃນດ້ານເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະ ບົບສາຍສົ່ງໄຟຟ້າ ຂອງປະເທດລາວຈໍານວນຫຼາຍ. ເພື່ອຕອບສະໜອງຄວາມຕ້ອງການໄຟ ທີ່ນັບມື້ຫຼາຍຂຶ້ນທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ. ຜ່ານມາຫຼາຍສິບປີລັດຖະບານລາວມີການເປີດກວ້າງການລົງທຶນຂອງພາກເອກະຊົນສໍາປະທານໃນແຫຼ່ງຜະລິດ ແຕ່ປະຈຸບັນໄດ້ເປີດໃຫ້ມີການສໍາປະທານສາຍສົ່ງໄດ້ ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງ ໄຟຟ້າ.

ເພື່ອຄວາມຫມັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາ ຊຽນໃນກອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ Asian Power Grid ຫຼື ການເຊື່ອມໂຍງກັນ ດ້ວຍລະບົບສົ່ງໄຟຟ້າໃນບັນດາປະເທດອາຊຽນເພື່ອຄວາມຫມັ້ນຄົງທາງດ້ານພະລັງງານຂອງທັງຫມົດໃນອາຊຽນ.

ລັດຖະບານລາວຄາດໝາຍວ່າ ຄວາມຮ່ວມມືລະຫວ່າງລາວ ແລະ ຈີນ ຈະສ້າງໂອກາດທາງດ້ານການຕະຫລາດ ໃຫ້ເພີ່ມຂື້ນໂດຍການຂະຫຍາຍໄຟຟ້າເຂົ້າສູຈີນ ແລະ ກຸ່ມປະເທດ CLMV ເພີ່ມຕື່ມ ຫາກລະບົບສາຍສົ່ງໄຟຟ້າ ສາມາດເຊື່ອມໂຍງກັນໄດ້ທັງຫມົດ.

ທ້າຍທີ່ສຸດແລ້ວ ພາຍໃຕ້ຮູບແບບສໍາປະທານທັງລະບົບສາຍສົ່ງ ແລະ ເຂື່ອນໄຟຟ້າພະລັງງານນ້ໍາທັງໝົດທີ່ໄດ້ກໍ່ສ້າງ ແລະ ຈັດຕັ້ງປະຕິບັດໃນປະເທດລາວໄປແລ້ວ ຕໍ່ໄປໃນອານາຄົດຈະຖືກໂອນເປັນຊັບສິນຂອງລັດຖະບານ ລາວ ທັງຫມົດຕາມສັນຍາ BOT ເຊິ່ງເປັນຮູບແບບການລົງທຶນທີ່ເປັນມາດຕະຖານສາກົນ ແລະ ຄາດຫມາຍວ່າ ມູນຄ່າຊັບສິນທັງຫມົດທີ່ຈະໂອນເປັນຂອງລັດຖະບານລາວຈະມີມູນຄ່າມະຫາສານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...