Homeນານາສາລະຄົນໃສ່ແວ່ນຕາຕ້ອງຮູ້13ສິ່ງທີ່ຄວນເຮັດ

ຄົນໃສ່ແວ່ນຕາຕ້ອງຮູ້13ສິ່ງທີ່ຄວນເຮັດ

Published on

886684-img.rapiag.0p

ສາຍ​ຕາ​ເປັນ​ອະໄວຍະວະ​ສຳຄັນ​ຢ່າງ​ໜຶ່ງ​ຂອງ​ຮ່າງກາຍທີ່​ເຮົາ​ຄວນ​ຕ້ອງ​ດູແລຮັກສາ​ຢ່າງ​ດີ​ທີ່ສຸດແຕ່​ສຳລັບ​ມະນຸດ​ແວ່ນ​ທັງ​ຫລາຍ​ທີ່​ມີ​ແວ່ນ​ເປັນ​ສັນຍະລັກ​ບອກ​ຢູ່​ແລ້ວ​ວ່າມີ​ຄວາມ​ຜິດ​ປົກກະຕິ​ບາງຢ່າງ​ເກີດ​ຂຶ້ນ​ກັບ​ສາຍ​ຕາ​ຂອງ​ຕົນເອງກໍ​ຄວນ​ຕ້ອງ​ເບິ່ງແຍງ​ສຸຂະພາບ​ດວງ​ຕາ​ໃຫ້​ຫລາຍກວ່າ​ປົກກະຕິມື້ນີ້​ມີ​ຄຳ​ແນະ​ນຳ​ມາ​ບອກ​ຄົນທີ່ໃສ່ແວ່ນ​ຄວນ​ປະຕິບັດ​ໂຕແບບໃດ​ໃນ​ຂະນະ​ທີ່​ຕ້ອງ​ໃສ່​ແວ່ນ
ຫລີກ​ລ້ຽງ​ການ​ນອນ​ອ່ານ​ໜັງ​ສື
ຄົນ​ໃສ່​ແວ່ນຕາ​ບໍ່​ຄວນ​ນອນ​ອ່ານ​ຫນັງສື​ໃນ​ລັກສະນະ​ທີ່ນ​ອນ​ຮາບ​ໄປ​ກັບ​ພື້ນແຕ່​ຄວນ​ຖື​ຫນັງສື​ໃຫ້​ຫ່າງ​ຈາກ​ສາຍ​ຕາ​ປະ​ມານ 30ຊັງ​ຕີ​ແມັດ​ເປັນ​ຢ່າງ​ຫນ້ອຍເພາະ​ເປັນ​ໄລ​ຍະ​ແລະ​ອົງ​ສາ​ທີ່​ເໝາະ​ສົມ​ກັບ​ການ​ອ່ານ​ຫນັງສື​ຂອງ​ຄົນ​ໃສ່​ແວ່ນ​ຕານັ້ນ​ເອງ

ພັກ​ສາຍ​ຕາ​ແນ່
ຖ້າ​ກຳ​ລັງ​ອ່ານ​ຫນັງສື​ຫລື​ນັ່ງ​ເຮັດວຽກ​ໜ້າ​ຈໍ​ຄອມພິວເຕີ​ຢູ່ຄວນ​ພັກ​ສາຍ​ຕາ​ທຸກ​ໆ 5-10ນາ​ທີດ້ວຍ​ການ​ເບິ່ງ​ອອກ​ໄປ​ໄກໆໃນ​ໄລ​ຍະ 6 ແມັດເປັນ​ຢ່າງ​ຕ່ຳໃຫ້​ສາຍ​ຕາ​ຜ່ອນຄາຍ​ຄວາມ​ເມື່ອຍແນ່​
ຢ່າ​ຈ້ອງ​ສິ່ງ​ໃດ​ໃກ້​ເກີນ​ໄປ
ພະຍາຍາມ​ຢ່າ​ຈ້ອງ​ສິ່ງ​ຂອງ​ໃກ້​ດວງ​ຕາ​ຫລາຍ​ເກີນ​ໄປເພາະ​ການ​ຈ້ອງ​ສິ່ງ​ຂອງ​ຜ່ານ​ແວ່ນ​ຕາໃນ​ໄລ​ຍະ​ໃກ້​ໆອາດ​ເປັນ​ສາ​ເຫດ​ໃຫ້​ສາຍ​ຕາ​ບໍ່​ສາມາດ​ຜັນ​ກັບ​ມາ​ເປັນ​ປົກກະຕິ​ໄດ້​ອີກ

ໃສ່​ແວ່ນ​ກັນ​ແດດ​ທຸກ​ເທື່ອ​ທີ່​ອອກ​ແດດ
ແສງ​ແດດ​ທໍາຮ້າຍ​ດວງ​ຕາ​ເຮົາ​ໄດ້​ຫລາຍກວ່າ​ທີ່​ຄິດ​ໂດຍ​ສະເພາະ​ກັບ​ຜູ້​ທີ່​ມີ​ຄວາມ​ຜິດ​ປົກກະຕິ​ກັບ​ດວງ​ຕາ​ຢູ່​ແລ້ວ ຄວນ​ຕ້ອງ​ໃສ່ແວ່ນ​ກັນ​ແດດ​ຄຸນນະພາບ​ດີ​ຫລື​ຢ່າງ​ນ້ອຍ​ໆຄວນ​ໃຊ້​ເລນ​ສາຍ​ຕາ​ທີ່​ມີ​ຄຸນສົມບັດ​ກອງ​ແສງ​ໄດ້​ຫາກ​ຕ້ອງ​ອອກ​ໄປ​ເຮັດ​ກິດຈະກຳ​ກາງ​ແຈ້ງ​ຫລື​ຕ້ອງ​ຂັບ​ລົດ​ສູ້​ແດດ​ດ້ວຍ​ທຸກ​ຄັ້ງ
ໃສ່​ແວ່​ນກ​ອງ​ແສງ​ທຸກ​ເທື່ອ​ທີ່​ຢູ່​ໜ້າ​ຈໍ​ຄອມ​ພິວ​ເຕີ
ນອກ​ຈາກ​ແສງ​ແດດ​ຈະ​ມີ​ລັງສີ​ຢູ​ວີ​ທີ່​ທໍາຮ້າຍ​ສາຍ​ຕາ​ເຮົາ​ໄດ້​ແລ້ວລັງສີ​ຈາກ​ຄອມພິວເຕີ​ແລະ​ແທັບ​ເລັດ​ທັງ​ຫລາຍ​ກໍ​ໃຫ້​ໂທດ​ກັບ​ສາຍ​ຕາ​ເຮົາ​ນໍາເຊັ່ນ​ກັນດັ່ງ​ນັ້ນ​ທຸກ​ເທື່ອ​ທີ່​ຕ້ອງ​ໃຊ້​ງານ​ຈໍ​ເຫລົ່າ​ນີ້​ຄວນ​ໃສ່ແວ່ນ​ທີ່​ມີ​ຄຸນສົມບັດ​ກອງ​ລັງສີ​ນໍາອີກ

ອ່ານ​ຫນັງສື​ໃນ​ບ່ອນທີ່​ມີ​ແສງ​ສະຫວ່າງ​ພຽງ​ພໍ
ເນື່ອງ​ຈາກ​ແສງ​ສະຫວ່າງ​ທີ່​ບໍ່​ເອື້ອ​ອໍານວຍຕໍ່​ການ​ອ່ານ​ຫນັງສື​ຈະ​ຍິ່ງ​ທໍາຮ້າຍ​ສາຍ​ຕາ​​ໃຫ້​ເຮັດວຽກ​ໜັກ​ຈົນ​ເມື່ອຍ​ຫລາຍ​ຂຶ້ນ
ບໍ່​ຄວນ​ອ່ານ​ຫນັງສື​ໃນ​ຂະນະ​ທີ່​ເຄື່ອນ​ໄຫວ
ບໍ່​ວ່າ​ຈະ​ນັ່ງ​ລົດ​ໃຫຍ່,ລົດ​ໄຟ,ເຮືອ​ບິນຫລື​ແມ່ນແຕ່​ກຳ​ລັງ​ຍ່າງ​ຢູ່​ກໍ​ບໍ່​ຄວນ​ໃຊ້​ສາຍ​ຕາ​ອ່ານ​ຫຍັງ​ທັງ​ໝົດບໍ່​ຢ່າງ​ນັ້ນ​ຖ້າເກີດ​ອາການ​ປວດ​ຮາກ​ແລ້ວ​ຈະວ່າ​ບໍ່​ເຕືອນ

ເບິ່ງ​ໂທລະພາບ​ໃນ​ໄລ​ຍະ​ຫ່າງ​ທີ່​ເໝາະ​ສົມ​ສະເໝີ
ໄລ​ຍະ​ຫ່າງ​ທີ່​ເໝາະ​ສົມ​ສຳລັບ​ການ​ເບິ່ງ​ໂທລະພາບ​ຂອງ​ຄົນທີ່ໃສ່ແວ່ນຕາຄວນ​ຢູ່​ຫ່າງ​ໂທລະພາບ​ປະ​ມານ 1-3 ແມັດ

ຄຸນສົມບັດ​ແວ່ນ​ຕ້ອງ​ແມ້ນຢໍາ
ຖ້າ​ຢາກ​ໃຫ້​ວິ​ໄສ​ທັດ​ໃນ​ການ​ເບິ່ງ​ຊັດເຈນ​ຂຶ້ນແນະ​ນຳ​ໃຫ້​ເລືອກ​ໃຊ້​ເລນ​ທີ່​ມີ​ຄຸນສົມບັດ​ປ້ອງ​ກັນ​ແສງ​ສະ​ທ້ອນ​ໄດ້​​ດີ​ກວ່າ
ຄວບ​ຄຸມ​ຄວາມ​ດັນ​ໃຫ້ດີ
ນອກ​ຈາກ​ປັດ​ໄຈ​ພາຍນອກ​ແລ້ວຄວນ​ຕ້ອງ​ເບິ່ງແຍງ​ສຸຂະພາບ​ພາຍ​ໃນ​ນໍາໂດຍ​ສະເພາະ​ລະ​ດັບ​ຄວາມ​ດັນ​ແລະ​ລະ​ດັບ​ຄໍ​ເລດ​ເຕີ​ລໍ​ຄວນ​ຢູ່ໃນ​ລະ​ດັບ​ດີເພື່ອ​ໃຫ້​ຄວາມ​ດັນ​ໜ່ວຍ​ຕາ​ເປັນ​ປົກກະຕິ​ນັ້ນ​ເອງ

ອາຫານ​ໄຂ​ມັນ​ຕ່ຳຜັກ​ແລະ​ຫມາກໄມ້​ທີ່​ມີ​ສີ​ຂຽວ,ສີ​ເຫລືອງແລະ​ສີ​ສົ້ມຈະ​ອຸດົມ​ໄປ​ດ້ວຍ​ແຄ​ໂລ​ທີ​ນອຍຊຶ່ງ​ເປັນ​ສານ​ອາຫານ​ທີ່​ຊ່ວຍ​ບຳ​ລຸງ​ສາຍ​ຕາ​ໄດ້​ເປັນ​ຢ່າງ​ດີສະ​ນັ້ນ​ຖ້າ​ຢາກ​ມີ​ສາຍ​ຕາ​ທີ່​ດີ​ກໍ​ຄວນ​ກິນ​ອາຫານ​ເຫລົ່າ​ນີ້ນໍາ

ເຊັກ​ສາຍ​ຕາ​ທຸກ​ໆ 6ເດືອນ
ສາຍ​ຕາ​ຂອງ​ເຮົາ​ຈະ​ປ່ຽນ​ທຸກ​ໆ 6 ເດືອນຫລື​ຢ່າງ​ຊ້າ​ທີ່ສຸດ​ກໍ 1ປີດັ່ງ​ນັ້ນ​​ຄວນ​ກວດ​ວັດ​ສາຍ​ຕາ​ຕາມ​ເວລາ​ທີ່​ກຳນົດ​ແລະ​ເມື່ອ​ສາຍ​ຕາ​ປ່ຽນ​ກໍ​ຄວນ​ຕ້ອງ​ປ່ຽນ​ແວ່ນ​ໃໝ່​ນໍາ
ເຊື່ອ​ຟັງ​ໝໍ 
ໃນ​ກໍລະນີ​ທີ່​ໄປ​ກວດ​ສາຍ​ຕາ​ແລ້ວ​ແພດ​ແນະ​ນຳ​ໃຫ້​ທ່ານເຮັດຫຍັງ​ເພື່ອ​ເປັນ​ການ​ປິ່ນປົວ​ສຸຂະພາບ​ຕາຊຶ່ງ​ບາງ​ຄຳ​ແນະ​ນຳ​ກໍ​ອາດຈະ​ເບິ່ງ​ເປັນ​ເລື່ອງ​ທີ່​ທ່ານເຫັນ​ວ່າ​ບໍ່​ສຳຄັນ​ເທົ່າໃດແຕ່​ຂໍຮ້ອງ​ວ່າ​ຢ່າ​ດື້​ກັບ​ໝໍ​ເລີຍ​ດີກວ່າເພາະ​ທຸກ​ຄຳ​ແນະ​ນຳ​ຈາກ​ປາກ​ໝໍ​ນັ້ນ​ຄື​ຄວາມ​ຫວັງ​ດີ​ຕໍ່​ສຸຂະພາບ​ຕາ​ຂອງ​ຕົນ​ເອງ​ທັງ​ໝົດ
​ກໍ​ໄດ້​ຮູ້​ແລ້ວ​​ວ່າ​ຄວນ​ຕ້ອງ​ເບິ່ງແຍງ​ສາຍ​ຕາ​ຂອງ​ເຮົາ​ແບບໃດແນ່ເມື່ອ​ຍາມ​ໃສ່​ແວ່ນແຕ່​ແທ້ໆແລ້ວ​ຄົນ​ບໍ່​ໃສ່​ແວ່ນ​ແລະ​ຄົົນທີ່​ມີ​ສາຍ​ຕາ​ປົກກະຕິ​ກໍ​ສາມາດ​ເບິ່ງແຍງ​ສາຍ​ຕາ​ຂອງ​ດ້ວຍ​ວິທີ​ເຫລົ່າ​ນີ້​ໄດ້​ຄືກັນ​ 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...