Homeຂ່າວພາຍ​ໃນກຳນົດຂອບເຂດຂອງເມືອງໃໝ່ ໃນນະຄອນຫຼວງວຽງຈັນ

ກຳນົດຂອບເຂດຂອງເມືອງໃໝ່ ໃນນະຄອນຫຼວງວຽງຈັນ

Published on

ເຈົ້າຄອງນະຄອນຫຼວງວຽງຈັນ ອອກຂໍ້ຕົກລົງ ວ່າດ້ວຍການກຳນົດຂອບເຂດ ຂອງເມືອງໃໝ່.

ມາດຕາ 1 ວ່າດ້ວຍການກຳນົດຂອບເຂດ 24 ບ້ານ ທີ່ຂຶ້ນກັບ ເມືອງ ໄຊທານີ ຄື ບ້ານ ນາໂງມເກົ່າ, ນາໂງ່ມໃໝ່, ນາຄາຍ, ນາຄັນທຸງ, ໂພນແພງ, ຫົວຂົວ, ຫົວນສ, ນາຕານ, ຊຳບອນ, ທົ່ງມັ່ງ, ຂຸດສາມບາດ, ຫາດກ້ຽງ, ນາກຸ້ງ ໂພນຄໍ້, ໂພນໄຮ່ຄຳ, ໂພນໂຮງ, ຫາດພະອິນ, ດວງບຸດດີ, ນາແຖ, ທ່າດິນແດງເໜືອ, ທ່າດິນແດງໃຕ້, ເວີນແທ່ນ, ທ່າຈຳປາ ແລະ ບ້ານໄຮ່ ໃຫ້ເປັນຂອບເຂດພື້ນທີເມືອງທີ່ຈະຕັ້ງໃໝ່ໃນນະຄອນຫຼວງວຽງຈັນ.

ມາດຕາ 2 ໃຫ້ຄະນະຮັບຜິດຊອບຄົ້ນຄ້ວາສ້າງຕັ້ງເມືອງໃໝ່ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສຳຫຼວດເກັບກຳຂໍ້ມູນ ສ້າງແຜນທີ່ຂອບເຂດເມືອງ, ແຜນຜັງຕົວເມືອງ, ແຜນທີ່ການນຳໃຊ້ ທີ່ດິນກະສະກຳ, ການຈັດສັນ ທີ່ດິນແຕ່ລະປະເພດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາຂອງເມືອງ ແລະ ວຽກງານປີ່ນອ້ອມອື່ນໆ ເພື່ອປະກອບເຂົ້າໃນບົດວິພາກ ຂອງການສ້າງຕັ້ງເມືອງ.

ມາດຕາ 3 ຄະນະຮັບຜິດຊອບຄົ້ນຄ້ວາຕັ້ງເມືອງໃໝ່, ຄະນະຈັດຕັ້ງ, ຫ້ອງວ່າການ, ພະແນກພາຍໃນ, ພະແນກກະສິກຳ ແລະ ປ່າໄມ້, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວວດລ້ອມ, ອົງການປົກຄອງ ເມືອງ ໄຊທານີ, ອົງການປົກຄອງບ້ານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງຈົ່ງຮັບຮູ້ ເພື່ອຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ ແລະ ລາຍງານຢ່າງເປັນປົົກກະຕິ.

ມາດຕາ 4 ຂໍ້ຕົກລົງສະບັບນີ້ ມີຜົນສັກສິດແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...