Homeຂ່າວພາຍ​ໃນການນຳກິລາລາວ ຮ່ວມໃຈລະດົມເງິນ 10 ລ້ານກວ່າກີບ ອຸດທິສ່ວນບຸນ ການຈາກໄປ ວົງກົດ ຈິນດາ ວິລະບຸລຸດ ກິລາລາວ

ການນຳກິລາລາວ ຮ່ວມໃຈລະດົມເງິນ 10 ລ້ານກວ່າກີບ ອຸດທິສ່ວນບຸນ ການຈາກໄປ ວົງກົດ ຈິນດາ ວິລະບຸລຸດ ກິລາລາວ

Published on

ການນຳກິລາລາວ ກໍ່ຄື ຄະນະບໍລິຫານ ຄະນະກຳມະການໂອແລມປິກ ແຫ່ງຊາດ, ຄະນະບໍລິຫານ ກອງທຶນ ສົ່ງເສີມກິລາລາວ ກ້າວສູ່ໂອແລມປິກສາກົນ ແລະ ບັນດາສະຫະພັນກິລາແຫ່ງຊາດລາວ ຮວມນໍ້າໃຈລະດົມເງິນ ຈຳນວນ 10 ລ້ານກວ່າກີບ ອຸດທິສ່ວນບຸນ ກຸສົນຕໍ່ການຈາກໄປຂອງ ທ່ານ ວົງກົດ ຈິນດາ ວິລະບຸລຸດ ກິລາມວຍສາກົນທີມຊາດລາວ ຄົນທຳອິດ ທີ່ສ້າງປະຫວັດສາດ ໃຫ້ວົງການກິລາລາວ ຄວ້າຫຼຽນທອງ ງານມະຫາກຳກິລາເອຊຽນເກມ ທີ່ນະຄອນປາກກິ່ງ ສປ ຈີນ ເມື່ອປີ 1990 ທີ່ໄດ້ເສຍຊີວິດ ຈາກການເກີດອຸບັດຕິເຫດ ເມື່ອວັນທີ 28 ຕຸລາ ຜ່ານມາ ທີ່ເມືອງປາກຊ່ອງ.

ເມື່ອວັນທີ 29 ຕຸລາ ຜ່ານມາ ທີ່ຄະນະກໍາມະການໂອແລມປິກແຫ່ງຊາດ (ຄອລ), ໄດ້ມີ ກອງປະຊຸມວິສາມັນ ຄະນະບໍລິຫານ ຄອລ ເນື່ອງໃນໂອກາດດັ່ງກ່າວ ຄະນະຜູ້ແທນທີ່ເຂົ້າຮ່ວມ ພໍດີໄດ້ຊາບຂ່າວ ຕໍ່ການຈາກໄປໂດຍບໍ່ມີວັນຫວນຄືນມາຂອງ ທ່ານ ວົງກົດ ຈິນດາ ອະດີດນັກກິລາ ມວຍສາກົນທີມຊາດລາວ ເຈົ້າຂອງຫຼຽນທອງ ເອຊຽນເກມ, 2 ຫຼຽນເງິນ ແລະ 1 ຫຼຽນທອງ ງານມະຫາ ກຳກິລາ ຊີເກມ ກົມກິລາລະດັບສູງ ກໍ່ໄດ້ລະດົມເງິນ ກິນທານນຳບັນດາຄະນະນຳກິລາລາວ ໄດ້ຮັບເງິນ ຈຳນວນ 10 ລ້ານກວ່າກີບ ເພື່ອແຜ່ປັດໄຈ ອຸດທິສ່ວນບຸນກຸສົນ ເຖິງດວງວິນຍານໃຫ້ແກ່ ທ່ານ ວົງກົດ ຈິນ ດາ

ສຳລັບນໍ້າໃຈໃນການຊ່ວຍເຫຼືອຄັ້ງນີ້ ສາມາດລະດົມເງິນສົດໄດ້ທັງໝົດ 10.300.000 ກີບ ໃນນັ້ນ ແມ່ນໄດ້ຮັບຈາກ ການຊຸກຍູ້ຂອງທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນມວຍແຫ່ງ ຊາດລາວ ທ່ານ ດາວອນ ພະຈັນທະວົງ ປະທານສະຫະພັນ ກິລາເທັນນິສແຫ່ງຊາດລາວ ແລະ ທ່ານ ອຸດົມສັກ ອຸດົມທອງກະເສມ ປະທານສະຫະພັນ ກິລາມວຍວູຊູແຫ່ງຊາດລາວ ຜູ້ລະ 1 ລ້ານກີບ, ທ່ານ ນາງບຸນມີ ເທບພະວົງ, ທ່ານ ອໍລະໄທ ສັນຕິຄົງຄາ ຜູ້ລະ 100 ໂດລາສະຫະລັດ, ທ່ານ ສີສຸພັນ ແສງ ສະຫວັນ ແລະ ທ່ານ ໄຊຍາ ໄຊສຸລິວົງ ຜູ້ລະ 5 ແສນກີບ.

ສ່ວນປະຫວັດຜົນງານຂອງ ທ່ານ ວົງກົດ ຈິນດາ ໄດ້ແຈ້ງເກີດໃຫ້ກັບວົງການກິລາມວຍສາກົນ ທີມຊາດລາວ ຄວ້າຫຼຽນເງິນ ໃນການແຂ່ງຂັນ ກິລາອາຊຽນ ຫຼື ຊີເກມ ຄັ້ງທີ 14 ທີ່ນຄະນອນຫຼວງ ກົວລຳເປີ ປະເທດມາເລເຊຍ, ຫຼຽນເງິນ ງານກິລາຊີເກມ ຄັ້ງທີ 15 ທີ່ປະເທດສິງກາໂປ ປີ 1993 ແລະ ຫຼຽນທອງ ກິລາຊີເກມ ຄັ້ງທີ 16 ປີ 1995 ທີ່ແຂວງຊຽງໃໝ່ ປະເທດໄທ. ນອກຈາກນີ້, ກໍ່ຍັງມີຜົນງານຄັ້ງຍິ່ງໃຫຍ່ ສ້າງຄວາມປະທັບໃຈ ແລະ ຄວາມຊົງຈຳໃຫ້ພໍ່-ແມ່ປະຊາຊົນລາວ ໄດ້ຈົດຈຳຄືໃນທຸກວັນນີ້ ດ້ວຍການຄວ້າ ຫຼຽນທອງ ໃນງານມະຫາກຳກິລາເອຊຽນ ເກມ ປີ 1990.

 

ຂ່າວຈາກ: 
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...