ຫນຶ່ງໃນມູນມໍລະດົກອັນລ້ຳຄ່າ ທ່ີເນລະມິດຂຶ້ນຈາກສີໄມ້ລາຍມືອັນປານີດ, ລະອຽດອ່ອນຂອງນາຍຊ່າງບູຮານລາວ, ກາຍເປັນປູຊະນິຍະສະຖານ ປະທັບຢູ່ບົນດິນ ແດນລ້ານຊ້າງ ທ່ີຮຸ່ງເຮືອງໄປດ້ວຍອະລິຍະທຳ ຕົກທອດມາເຖິງປັດຈຸບັນນີ້ ກໍແມ່ນພະທາດຫລວງວຽງຈັນນັ້ນເອງ. ພະທາດຫລວງວຽງຈັນ ແມ່ນມິ່ງຂວັນຂອງ ຊາວລາວທັງຊາດ, ເປັນແຫລ່ງທ່ອງທ່ຽວທາງປະຫວັດສາດ ແລະວັດທະນະທຳທ່ີມີຊ່ືສຽງ ດຶງດູດເອົານັກທ່ອງທ່ຽວ ຈາກທົ່ວທຸກມູມໂລກ ຫລັ່ງໄຫລກັນມາທ່ຽວຊົມ ເວົ້າກັນວ່າຖ້າໃຜມາຮອດວຽງຈັນ ບໍ່ໄດ້ໄປທ່ຽວຊົມກາບໄຫວ້ພະທາດຫລວງ ກໍ່ເທົ່າກັບວ່າ ມາບໍ່ຮອດນະຄອນຫລວງວຽງຈັນນັ້ນເອງ.
ພາຍຫລັງທ່ີສະຖາປານາ ວຽງຈັນ ເປັນນະຄອນຫລວງ ຂອງອານາຈັກລາວລ້ານຊ້າງ ໃນປີ 1566 ພະເຈົ້າໄຊຍະເຊດຖາທິລາດ ໄດ້ນຳພາຊາວລາດຊະດອນ ກໍ່ສ້າງພະທາດຫລວງ ຢູ່ຊານເມືອງວຽງຈັນ ເບື້ອງຕາເວັນອອກ. ຕາມສີລາຈາລຶກຂອງ ພະເຈົ້າໄຊຍະເຊດຖາທິລາດ ບອກວ່າ: ພະອົງໄດ້ກໍ່ທາດຫລວງກວມ ທາດລູກນ້ອຍລູກຫນຶ່ງ ທ່ີມີມາກ່ອນແລ້ວ, ພະທາດນີ້ມີຊ່ືວ່າ: “ເຈດີໂລກະຈູລະມະນີ” ແຕ່ຄົນສ່ວນຫຼາຍ ພາກັນເອີ້ນຕິດສົບຕິດປາກຕໍ່ກັນມາວ່າ: “ພະທາດຫລວງ” ເຊິ່ງຫມາຍເຖິງເປັນພະທາດໃຫຍ່, ເປັນພະທາດທ່ີສ້າງຂຶ້ນ ດ້ວຍລວດລາຍສິລະປະລາວດັ້ງເດີມ. ພະທາດຫລວງ ມີຄວາມສູງ 45 ແມັດ, ລວງກວ້າງຈາກທິດຕາເວັນຕົກ ເຖິງທິດຕາເວັນອອກ 49 ແມັດ ແລະ ມີພະທາດນ້ອຍປາລະມີ 30 ລູກ ອ້ອມຮອບເປັນບໍລິວານ ເຊິ່ງມີຄວາມຫມາຍທາງປັດ ຊະຍາໃນພຸດທະສາສະຫນາ ອັນຫມາຍເຖິງປາລະມີທັງ 30 ປະການເຊັ່ນ: ເທດສະປາລະລະມີ 10 , ອຸປະປາລະມີ 10 ແລະ ປະຣະມັດຖະປາ ລະມີ 10, ຮອງຮັບດ້ວຍຖ້ານ ບັນລັງປະດັບກີບດອກບົວຂະຫນາດໃຫຍ່.
ພະທາດຫລວງສ້າງຂຶ້ນ ເມ່ືອປະມານສະຕະວັດທີ 6 ຫາສະຕະວັດທີ 8 ແຫ່ງຄິດຕະສັງກາດຂອງສະໄຫມ “ອານາຈັກເນລະ” ວຽງຈັນເປັນ ເມືອງເກົ່າແກ່ທ່ີສຸດ ແຫ່ງຫນຶ່ງຂອງໂລກ ເຊິ່ງໄດ້ຮັບການສ້າງຕັ້ງມາກ່ວາ 700 ປີ. ຈາກອະດີດຈວບຈົນເຖິງປັດຈຸບັນ ວຽງຈັນໄດ້ຜ່ານຫລາຍຍຸກຫລາຍສະໄຫມ ເຊິ່ງມີທັງຍຸກ ຮຸ່ງເຮືອງຈະເລີນພັດທະນາ ແລະ ຖືກທຳລາຍຈົນເກືອບຈະສິ້ນຊ່ື, ພະທາດຫລວງກໍ່ເຊັ່ນດຽວກັນ ມີບາງຄັ້ງກໍຖືກ ພາຍຸຮ້າຍພັດຖະຫລົ່ມ ຈົນພັງພິນາດ ແຕ່ພະທາດຫລວງ ກໍຍັງຍືນຍົງຄົງສະຖຽນຢູ່ບົນຜືນແຜ່ນດິນດອກຈຳປາ, ເປັນສູນລວມແຫ່ງຈິດໃຈຂອງຄົນລາວ ແຕ່ເຫນືອເຖິງໃຕ້ ແລະ ເປັນສິ່ງເອກອ້າງ ທາງດ້ານເອກະລັກ ວັດທະນະທຳຂອງລາວຕໍ່ຊາວໂລກຕະຫລອດມາ.
ຂອບໃຈບົດຄວາມຈາກ: laoenergy.la