spot_img
Homeຂ່າວຕ່າງປະເທດປະຕິຫານມີຈິງ! 2 ນັກບິນຫວຽດນາມປອດໄພ ຈາກເຫດເຮືອບິນຊ້ອມຮົບ Yak-130 ຕົກລະຫວ່າງການຝຶກຊ້ອມ

ປະຕິຫານມີຈິງ! 2 ນັກບິນຫວຽດນາມປອດໄພ ຈາກເຫດເຮືອບິນຊ້ອມຮົບ Yak-130 ຕົກລະຫວ່າງການຝຶກຊ້ອມ

Published on

ອີງຕາມການລາຍງານຈາກເວັບໄຊ VnExpress ເຮືອຊ້ອມຮົບຂອງກອງອາກາດ Yak-130 ຕົກຢູ່ທາງທາງພາກກາງຂອງແຂວງ Binh Dinh ໃນຕອນເຊົ້າວັນພຸດທີ 6 ພະຈິກ 2024 ຜ່ານມາ, ເຈົ້າໜ້າທີ່ສາມາດຄົ້ນພົບນັກບິນທັງ 2 ໄດ້ຢ່າງປອດໄພ.

ທ່ານ ພັນ ຊີ ຫຸງ ປະທານຄະນະກຳມະການປະຊາຊົນເຂດເຕຍເຊິນ ກ່າວວ່າ: ເຈົ້າໜ້າທີ່ໄດ້ຮັບແຈ້ງເຫດເມື່ອເວລາປະມານ 16:30 ໂມງ ຂອງວັນດຽວກັນ ຈາກພັນໂທ ຫງຽນ ຫົງ ກວນ  ໜຶ່ງໃນສອງນັກບິນທີ່ປະສົບອຸບັດຕິເຫດຕົກໃນຄັ້ງນີ້ ໂດຍແຈ້ງວ່ານັກບິນທັງສອງຄົນປອດໄພດີ ສ່ວນນັກບິນອີກຄົນກໍຄື ພັນເອກ ຫງຽນ ວັນ ເຊິນ ໄດ້ເຮັດການສົ່ງສັນຍານເຕືອນແບບດຽວກັນຈາກໂທລະສັບເມື່ອເວລາປະມສານ 18:45 ໂມງ.

ຈາກນັ້ນເຈົ້າໜ້າທີ່ກູ້ໄພໄດ້ລະດົມກັນຫຼາຍຮ້ອຍຄົນໄປຈຸດເກີດເຫດ ເຊິ່ງພຶ້ນທີ່ດັ່ງກ່າວ ມີເນີນເຂົາ ແລະ ຝົນຕົກໜັກ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພເຂົ້າເຖິງພຶ້ນທີ່ໄດ້ຍາກ ແຕ່ສຸດທ້າຍທາງເຈົ້າໜ້າທີ່ກໍຄົ້ນພົບ ຫງຽນ ຫົງ ກວນ ໃນເວລາ 20:20 ໂມງ ແລະ ຫງຽນ ວັນ ເຊິນ ໃນເວລາ 22:00 ໂມງ ມີໄລຍະຫ່າງປະມານ 1 ກິໂລແມັດ ຈາກນັ້ນທັງ 2 ໄດ້ຖືກນຳສົ່ງໂຮງໝໍເພື່ອກວດສຸຂະພາບ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...