spot_img
Homeຂ່າວຕ່າງປະເທດ7 ສິ່ງທີ່ ໂດໂນ ທຣັມ ຈະເຮັດຫຼັງຈາກຂຶ້ນເປັນປະທານາທິບໍດີສະໄໝທີ 2

7 ສິ່ງທີ່ ໂດໂນ ທຣັມ ຈະເຮັດຫຼັງຈາກຂຶ້ນເປັນປະທານາທິບໍດີສະໄໝທີ 2

Published on

ສຳນັກຂ່າວ BBC ລາຍງານໃນວັນທີ 7 ພະຈິກ 2024 ນີ້ວ່າ: ໂດໂນ ທຣັມ ກຽມກັບເຂົ້າສູ່ທຳນຽບຂາວອີກຄັ້ງ ພ້ອມໃຫ້ຄຳໝັ້ນໃນປະເດັນຕ່າງໆ ບໍ່ວ່ານະໂຍບາຍກ່ຽວກັບຜູ້ອົບພະຍົບຍ້າຍຖິ່ນຖານ, ເສດຖະກິດ ແລະ ສົງຄາມໃນຍູເຄຣນ.

ຫຼັງຈາກທົ່ວໂລກໄດ້ຮັບຊາບຜົນການເລືອກຕັ້ງປະທານາທິບໍດີສະຫະລັດຄົນທີ 47 ແລ້ວໃນວັນທີ 6 ພະຈິກ 2024 ຜ່ານມາ, ໂດໂນ ທຣັມ ອາດີດປະທານາທິບໍດີຄົນທີ 45 ຂອງສະຫະລັດຈາກພັກ ລີພັບລິກັນ ໄດ້ກັບມາເປັນປະທານາທິບໍດີຄົນທີ 47 ໄດ້ສຳເລັດ ແລະ ມາຕິດຕາມໄປພ້ອມມໆກັັນວ່າ 7 ສິ່ງທີ່ ໂດໂນ ທຣັມ ຈະເຮັດຫຼັງຂຶ້ນເປັນປາທານາທິບໍດີສະໄໝທີ 2 ມີຫຍັງແນ່?

  1. ເນລະເທດຜູ້ອົບພະຍົບຜິດກົດໝາຍໃຫ້ກັບຄືນສູ່ປະເທດ
    ຈຳນວນການຂ້າມພົມແດນທາງໃຕ້ຂອງສະຫະລັດ ເປັນສະຖິຕິສູງທີ່ສຸດໃນຊ່ວງປາຍປີທີ່ແລ້ວ ສະໄໝລັດຖະບານພາຍໃຕ້ການນຳພາຂອງປະທານາທິບໍດີ ໂຈ ໄບເດັນ ແລະ ຮອງປະທານາທິບໍດີ ຄາມາລາ ແຮຣິສ ກ່ອນຈະຫຼຸດລົງໃນປີ 2024.
  2. ຂັບເຄື່ອນເສດຖະກິດ ແລະ ພາສີ
    ທຣັມໃຫ້ສັນຍາວ່າຈະຢຸດ ພາວະເງິນເຟີ້ ເຊິ່ງພຸ່ງຂຶ້ນສູງເປັນປະຫວັດສາດ ນອກຈາກນີ້ຍັງໃຫ້ຄຳໝັ້ນວ່າຈະ ຫຼຸດພາສີຢ່າງກວ້າງຂວາງ ໂດຍສານຕໍ່ການປະຕິຮູບທີ່ເລີ່ມໃນປີ 2017 ໂດຍການສະເໜີໃຫ້ຍົກເວັ້ນພາສີລາຍໄດ້ທີ່ຈັດເກັບຈາກການໄດ້ທິບ ຫຼື ເງິນພິເສດທີ່ໄດ້ຮັບຈາກການບໍລິການ, ຍົກເລີກພາສີການຈ່າຍປະກັນສັງຄົມ ແລະ ຫຼຸດພາສີບຸກຄົນ, ການນຳເຂົ້າສິນຄ້າຈາກຈີນອາດຕ້ອງເສຍພາສີເພີ່ມອີກ 60%.
  3. ​ໃຫ້​ອະ​ໄພ​ຜູ້​ກໍ່​ຄວາມວຸ່ນວາຍ​ໃນ​ວັນ​ທີ 6 ມັງກອນ 2021
    ທຣັມກ່າວວ່າ: ຈະໃຫ້ອິດສະຫຼະພາບ ແກ່ຜູ້ກະທຳຜິດບາງຄົນທີ່ຖືກຕັດສິນວ່າມີຄວາມຜິດຈາກເຫດການກໍ່ຄວາມວຸ່ນວາຍໃນນະຄອນຫຼວງວໍຊິງຕັນ ດີຊີ ເມື່ອວັນທີ 6 ມັງກອນ 2021 ເຊິ່ງໃນຕອນນັ້ນຜູ້ສະໜັບສະໜູນຂອງທຣັມ ເຂົ້າໄປໃນອາຄານລັດທະສະພາສະຫະລັດ ເພື່ອພະຍາຍາມຂັດຂວາງໄຊຊະນະການເລືອກຕັ້ງຂອງໂຈໄບເດັນ ໃນປີ 2020.
  4. ກຽມຈະປົດຄົນເຮັດຄະດີ
    ທຣັມກ່າວວ່າ ພາຍໃນ 2 ນາທີຫຼັງຈາກທີ່ໄດ້ເປັນປະທານາທິບໍດີ ເຂົາຈະເຊັນສັ່ງປົດ ໄອຍະການມີປະສົບການ ທີ່ເປັນຜູ້ນຳການສອບ-ສວນ ຄະດີອາຍາ 2 ຄະດີຕໍ່ຕົວເຂົາ.
  5. ຢຸດສົງຄາມໃນຍູເຄຣນ
    ທຣັມໃຫ້ຄຳໝັ້ນວ່າ: ຈະຢຸດຕິຄວາມຂັັດແຍ່ງລະຫວ່າງຣັດເຊຍ ກັບ ຍູເຄຣນ ພາຍໃນ 24 ຊົ່ວໂມງ ຜ່ານການເຈລະຈາ.
  6. ບໍ່ສັ່ງຫ້າມການທຳແທ້ງ
    ທຣັມກ່າວວ່າ: ແຕ່ລະລັດຄວນມີເສລີພາບໃນການກຳນົດກົດໝາຍກ່ຽວກັບການທຳແທ້ງ ຕາມກົດໝາຍຂອງລັດນັ້ນໆ.
  7. ຕັດກົດເກນດ້ານສິ່ງແວດລ້ອມ
    ຈະເພີ່ມການຜະລິດເຊື້ອໄຟໃນສະຫະລັດ ໂດຍສັນຍາວ່າໃນມື້ທຳອິດໃນການເຂົ້າຮັບຕຳແໜ່ງ ຈະສັ່ງໃຫ້ມີການເຈາະນ້ຳມັນ ແທນການສະໜັບສະໜູນພະລັງງານໝູນວຽນ ເຊັ່ນ: ພະລັງງານລົມ ນອກຈາກນີ້ຍັງຕ້ອງການເປີດພຶ້ນທີ່ເຂດອາກຕິກເພື່ອການຂຸດເຈາະນ້ຳມັນ ໂດຍອ້າງວ່າຈະຊ່ວຍຫຼຸດຄ່າໃຊ້ຈ່າຍດ້ານພະລັງງານ.

ທີ່ມາ: BBC

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...