spot_img
Home​ຂ່າວທ່ອງທ່ຽວ10 ເດືອນຜ່ານມາ ຫລວງພະບາງດຶງດູດນັກທ່ອງທ່ຽວໄດ້ 1,7ລ້ານກວ່າຄົນ

10 ເດືອນຜ່ານມາ ຫລວງພະບາງດຶງດູດນັກທ່ອງທ່ຽວໄດ້ 1,7ລ້ານກວ່າຄົນ

Published on

ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມປຶກສາຫາລືເພື່ອກຽມຕ້ອນຮັບນັກທ່ອງທ່ຽວປີ 2025 ຈັດຂຶ້ນຢູ່ຫ້ອງປະຊຸມພະແນກ ຖວທ ແຂວງ ໃນວັນທີ 11 ພະຈິກ 2024 ວ່າ: ວຽກງານການທ່ອງທ່ຽວກາຍ ເປັນຫົວຈັກຂັບເຄື່ອນດ້ານເສດຖະກິດຂອງແຂວງຫຼວງພະບາງ, ສະເພາະ 10 ເດືອນກວ່າຂອງປີ 2024 ສາມາດຮັບນັກທ່ອງທ່ຽວໄດ້ ທັງໝົດ 1,778,758 ເທື່ອຄົນ ເທົ່າກັບ 97% ຂອງແຜນການປີ.

ໃນນີ້, ມີນັກທ່ອງທ່ຽວພາຍໃນ 567,983 ເທື່ອຄົນ ເທົ່າກັບ 152% ແລະ ນັກທ່ອງທ່ຽວສາກົນ 1,155,181 ເທື່ອຄົນເທົ່າ ກັບ 82%; ສະເລ່ຍຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວໄດ້ 897,494,497 ໂດລາສະຫະລັດ. ມີແຫຼ່ງທ່ອງທ່ຽວທີ່ໄດ້ເປີດບໍລິການແລ້ວ 158 ແຫ່ງ, ໃນນີ້ມີສິ່ງຮອງຮັບດ້ານການທ່ອງ ທ່ຽວ ເຊັ່ນ: ບໍລິສັດນໍາທ່ຽວ 123 ບໍລິສັດ, ຮ້ານອາຫານ 384 ຮ້ານ, ຮ້ານບັນເທີງ 58 ຮ້ານ, ຮ້ານນວດ – ສະປາ 41 ຮ້ານ, ພະນັກ ງານນໍາທ່ຽວລະດັບແຂວງ ຈໍານວນ 196 ຄົນ, ຍິງ 81 ຄົນ, ໂຮງ ແຮມ – ລີສອດ 116 ແຫ່ງ ແລະ ເຮືອນພັກ 435 ແຫ່ງ ສາມາດຮອງຮັບນັກທ່ອງທ່ຽວໄດ້ 11,280 ເທື່ອຄົນຕໍ່ມື້.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...