spot_img
Home​ຂ່າວທ່ອງທ່ຽວເປີດບຸນນະມັດສະການພະທາດຫລວງວຽງຈັນ 2024

ເປີດບຸນນະມັດສະການພະທາດຫລວງວຽງຈັນ 2024

Published on

ພິທີເປີດບຸນນະມັດສະການພະທາດຫລວງວຽງຈັນ ແລະ ງານ​ວາງ​ສະ​ແດງ​ສິນ​ຄ້າ ປະຈຳປີ 2024 ຈັດຂຶ້ນຢ່າງເປັນທາງການໃນຕອນແລງວັນທີ 11 ພະຈິກ 2024 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມ ດ້ວຍບັນດາການນຳພັກ-ລັດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ພ້ອມແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານຄວາມພ້ອມຂອງການຈັດງານຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງບຸນນະມັດສະການພະທາດຫລວງວຽງຈັນ ທີ່ໄດ້ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີນີ້, ໄດ້ຈັດໃຫ້ມີຫລາຍກິດຈະກຳທີ່ສອດຄ່ອງກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາ ນັບແຕ່ວັນທີ 11-15 ພະຈິກ 2024 ນີ້ ໂດຍມີການ​ຄົບ​ງັນ​ຕາມ​ປະ​ເພ​ນີ ເປັນຕົ້ນ: ພິ​ທີ​ສູດ​ປະ​ລິ​ຕະມຸງຄຸນທີ່​ພ​ະ​ທາດຫລວງ, ພິ​ທີ​ແຫ່ພະສາດ​ເຜິ້ງ, ພິ​ທີ​ໃສ່​ບາດ​ຖວາຍ​ສັງ​ກະ​ທານ, ພິ​ທີ​ແຫ່​ລູກ​ຄີ, ການ​ແແຂ່ງຂັນ​ກິ​ລາ​ພື້ນ​ບ້ານ​ຕີ​ຄີ, ພິ​ທີ​ວຽນ​ທຽ​ນ ແລະ ຈູ​ດ​ທູບ​ທຽນ, ບັ້ງ​ໄຟ​ສັກ​ກະ​ລະບູ​ຊາອົງ​ພະ​ທາດ ເພື່​ອອະ​ນຸ​ລັກ​ຮັກ​ສາ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ ບຸນນ​ະ​ມັດ​ສະ​ການ​ພະ​ທາດຫລວງຂອງ​ຊາວ​ລາວ ​ກໍ​ຄື ​ຊາວ​ນະ​ຄອນຫລວງວຽງຈັນ ທີ່​ເຄີຍ​ສືບ​ທອດ​ກັນ​ມາ​ແຕ່​ບຸ​ຮານ​ນະ​ການ.

ສຳລັບ ບຸນນະມັດສະການພະ ທາດຫລວງ ແລະ ງານ​ວາງ​ສະ​ແດງ​ສິນ​ຄ້າ ໃນປີນີ້, ມີຫ້ອງວາງສະແດງ ຢູ່ເດີນສະໜາມຫລວງ 1.463 ຫ້ອງ, ຢູ່ ສູນການຄ້າ ລາວ-ໄອເຕັກ 142 ຮ້ານ. ພ້ອມນີ້, ຍັງໄດ້ເຊີນບັນດານະຄອນເພື່ອນມິດຕ່າງປະເທດ ເຂົ້າມາຮ່ວມງານ ແລະ ສ້າງເງື່ອນໄຂໃຫ້ມີການນຳເອົາຜະລິດຕະພັນສິນຄ້າມາແລກປ່ຽນວາງສະແດງ ແລະ ຂາຍໃນງານນຳເຊິ່ງມີ ຈຳນວນ 2 ນະຄອນ ເຂົ້າຮ່ວມຄື: ແຂວງ ຢຸນນານ ສປ ຈີນ ແລະ ແຂວງ ໜອງຄາຍ ປະເທດໄທ.

ທີ່ມາ: LNR

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...