Homeຂ່າວທົ່ວໄປວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ

ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ

Published on

ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ບຸນນະມັດສະການພະທາດຫຼວງ ປະຈໍາປີ 2024 ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ 75 ຈຸດ ພິເສດປີນີ້ ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ, ລວມເຖີງໄດ້ນຳໃຊ້ແຮງງານອະນາໄມເດີນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາເດີນພະທາດຫຼວງໃຫ້ມີຄວາມຈົບງາມ.

ນອກຈາກນີ້, ບໍລິສັດ ສະມໍບີ້ ທີ່ປຶກສາດ້ານການລົງທຶນ ໃນນາມໄດ້ຮັບໜ້າທີ່ດ້ານການຮັກສາຄວາມສະອາດຈົບງາມໄດ້ຍົກລະດັບຄວາມເອົາໃຈໃສ່ຕື່ມ ເພື່ອເຮັດແນວໃດໃຫ້ງານບຸນນະມັດສະການພະທາດຫຼວງປີນີ້ ມີສິ່ງແວດ ລ້ອມສົດໃສ, ສະ ອາດ, ປາສະຈາກຂີ້ເຫຍື້ອຕະຫຼອດງານ ໄດ້ມີການແບ່ງງານ, ແບ່ງເວລາກັນຮັບຜິດ ຊອບ ຕະຫຼອດ 24 ຊົ່ວໂມງ (ມີທີມພາກເດິກ ແລະ ທີມພາກເຊົ້າ) ໂດຍມີການຂົນສົ່ງຂີ້ເຫຍື້ອໄປກໍາຈັດບໍ່ຕໍ່າກວ່າ 20 ຖ້ຽວຕໍ່ມື້.

ຢ່າງໃດກໍຕາມ, ຂໍໃຫ້ທຸກຄົນທີ່ມາທ່ຽວບຸນນະມັດສະການພະທາດຫຼວງມີຄວາມເອົາໃຈໃສ່ ແລະ ເປັນເຈົ້າການຮ່ວມກັນໃນການຮັກສາຄວາມສະອາດ ເພື່ອເຮັດໃຫ້ງານບຸນພະທາດຫຼວງ ເປັນງານບຸນສະອາດ ແລະ ເອກອ້າງໃຫ້ຊາວຕ່າງຊາດທີ່ມາທ່ອງທ່ຽວງານຄັ້ງນີ້.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...