spot_img
Homeຂ່າວຕ່າງປະເທດຕັດສິນປະຫານຊີວິດ ຍິງຊາວຈີນ ລັກພາຕົວເດັກນ້ອຍ 17 ຄົນໄປຂາຍ ລູກຕົນເອງກໍບໍເວັ້ນ

ຕັດສິນປະຫານຊີວິດ ຍິງຊາວຈີນ ລັກພາຕົວເດັກນ້ອຍ 17 ຄົນໄປຂາຍ ລູກຕົນເອງກໍບໍເວັ້ນ

Published on

ເວັບໄຊຂ່າວຕ່າງປະເທດລາຍງານໃນວັນທີ 7 ພະຈິກ 2024, ສານພິຈະລານາຄະດີ ຕັດສິນປະຫານຊີວິດຍິງຊາວຈີນ ອາຍຸ 61 ປີອີກຮອບ ຫຼັງນຳກັບມາສອບສວນອີກຄັ້ງ ໃນຂໍ້ຫາລັກພາຕົວເດັກ 17 ຄົນ ກ່ອນລັກລອບນຳໄປຂາຍຕາມແຂວງຕ່າງໆໃນຈີນ ລະຫວ່າງປີ 1993 ຫາ ປີ 2003 ເປັນເວລາດົນນານກວ່າ 10 ປີ.

ເລື່ອງລາວຂອງ ນາງ ຫຍູ ຫົວອິງ ຍິງຊາວຈີນລາຍນີ້ຖືກເປີດເຜີຍໃນປີ 2022 ເມື່ອເຫຍື່ອລາຍໜຶ່ງອາຍຸ 34 ປີໄດ້ອອກເປີດເຜີຍເຖິງເລື່ອງລາວທີ່ຮ້າຍແຮງທີ່ຕົນໄດ້ພົບເຈີໃນລະຫວ່າງທີ່ຖືກນຳຕົວໄປຂາຍ, ທາງດ້ານສານຂອງເມືອງກຸ້ຍຍາງ ໄດ້ລະບຸຄຳຕັດສິນຢ່າງເປັນທາງການໃນວັນສຸກ ທີ 25 ຕຸລາ 2024 ຜ່ານມາວ່າ: ຄະດີນີ້ເປັນຄະດີທີ່ມີຄວາມຮ້າຍແຮງ ແລະ ຄວນໄດ້ຮັບການລົງໂທດຢ່າງສົມຄວນ ເຖິງແມ່ນວ່ານາງຫຍູ ຈະຍອບຮັບສາລະພາບແລ້ວກໍບໍສາມາດຫຼຸດຜ່ອນໂທດລົງໄດ້ ອີກທັງຍັງຖືກຖອນສິດທາງການເມືອງ ແລະ ຖືກຍຶດຊັບສິນສ່ວນຕົວຈົນໝົດ.

ຕາມການລາຍງານລັດຖະບານຈີນໄດ້ລະບຸວ່າ: ລູກຊາຍແທ້ໆ ຂອງນາງຫຍູເອງ ເປັນເຫຍື່ອລາຍທຳອິດ ໂດຍນາງໄດ້ລາຍລູກຊາຍແທ້ໆຂອງຕົນໃນລາຄາ 5,000 ຢວນ ຫຼື ປະມານ 15,000,000 ກີບຕໍມານາງໄດ້ລັກຕົວເດັກ 17 ຄົນຈາກ 12 ຄອບຄົວ, ໂດຍມີ 5 ຄອບຄົວທີ່ສູນເສຍລູກໄປພ້ອມກັນ 2 ຄົນ ລະຫວ່າງປີ 1993-2003 ເຊິ່ງຕົນໄດ້ຮ່ວມມືກັບຊາຍອີກ 2 ຄົນຊື່ວ່າ: ຫວາງ ເຈີຍເຫວີນ ແລະ ກົງ ຊຽນຫລຽງ ເຊິ່ງເສຍຊີວິດໄປແລ້ວ.

ທັງນີ້ສານໃນປະເທດຈີນລະບຸວ່າ: ໂທດປະຫານຊີວິດຈະຖືກບັງຄັບໃຊ້ກັບຄະດີຮ້າຍແຮງທີ່ສຸດ ເຊັ່ນ: ການຄ້າຢາເສບຕິດ, ການຄາຕະກຳ ແລະ ການຂົ່ມຂືນ ນອກຈາກນີ້ຍັງມີການຕັດສິນປະຫາານຊີວິດສຳລັບຄະດີສໍ້ລາດບັງຫຼວງທາງການເມືອງ ແລະ ການຕິດສິນບົນເຈົ້າໜ້າທີ່ີອີກດ້ວຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...