spot_img
Homeຄວາມງາມມັນດ້າງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ 3 ກິໂລໄດ້ໃນຊົ່ວຂ້າມຄືນ

ມັນດ້າງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ 3 ກິໂລໄດ້ໃນຊົ່ວຂ້າມຄືນ

Published on

234643

ກິນຕອນ ເວລາ 9.00 ຫາ 11.00. ຈະເຮັດໃຫ້ອິ່ມທ້ອງໂດຍບໍ່ເພີ່ມແອວສະໂພກ ຫລາຍຄົນຄິດວ່າ “ມັນດ້າງ” ເປັນອາຫານປະເພດແປ້ງຍິ່ງກິນຍິ່ງເພີ່ມນ້ຳໜັກ ຂໍໃຫ້ລອງອ່ານບົດຄວາມນີ້ເບິ່ງກ່ອນ ຈະພົບວ່າມັນກັບ ເປັນອາຫານຫຼຸດນ້ຳໜັກທີ່ໄດ້ຮັບການຍອມຮັບກັນທົ່ວໂລກ ມັນເທດມີວິຕາມິນເອສູງ ຊ່ວຍໃນເລື່ອງການເບິ່ງເຫັນໄດ້ເປັນຢ່າງດີ ມີສານອາຫານທີ່ມີຄຸນຄ່າທີ່ເຮັດໃຫ້ຕັບອ່ອນແຂງແຮງ ມີສານຕ້ານອານຸມູນອິດສະຫລະ ມີວິຕາມິນບີ 5 ວິຕາມິນບີ 6 ວິຕາມິນຊີ ວິຕາມິນບີສົ່ງຜົນໂດຍກົງກັບການຫຼຸດນ້ຳໜັກ ວິຕາມິນຊີ ຊ່ວຍເຮັດໃຫ້ຜິວພັນ ສວຍງາມ ແລະເຮັດໃຫ້ຮ່າງກາຍແຂງແຮງ
ນອກຈາກນີ້ມັນດ້າງຍັງມີໂພແທດຊຽມ ຄອບເປີ ແມງການີດ ສານອາຫານທີ່ປ້ອງກັນພະຍາດຫລາຍຢ່າງ ລວມເຖິງພະຍາດມະເຮັງ ແລະຍັງມີເສັ້ນໃຍອາຫານ ຫລືໄຟເບີ ໃນປະລິມານສູງຫລາຍ ເຮັດໃຫ້ຮູ້ສຶກອິ່ມໄວ ຈຶ່ງເໝາະຫລາຍກັບການໃຊ້ເປັນອາຫານຫຼຸດນ້ຳໜັກ
ໃນມັນດ້າງ 100 ກຣາມຈະໄດ້ແຄລໍລີປະມານ 90-93 ແຄລໍລີ (ປະລິມານຄວາມຕ້ອງການພະລັງງານຂອງມະນຸດມື້ລະ 1800 ເຖິງ 2000 ກິໂລແຄລໍລີ) ອີກທັງຄົນສ່ວນໃຫຍ່ຈະກິນມັນດ້າງໄດ້ບໍ່ເທົ່າໃດ ເພາະມັນເທດມີຄຸນສົມບັດໄປຟູໃນທ້ອງເຮັດໃຫ້ອິ່ມໄວ
ມັນດ້າງມີຢູ່ຫລາຍສີ ເຊັ່ນເຫລືອງອ່ອນ ເຫລືອງເຂັ້ມ ເຫລືອງສົ້ມ ແລະສີມ່ວງ ທຸກສີຈັດເປັນແຫລ່ງລວມວິຕາມິນຊີ ສານອາຫານ ແລະເສັ້ນໃຍອາຫານ ມີຂໍ້ມູນວ່າ ຫົວມັນເທດຊະນິດຫົວສີເຫລືອງ ຈັດເປັນແຫລ່ງເບຕ້າແຄໂລທີນຊັ້ນດີ ວິຕາມິນເອສູງ
ອາຈານ ສຸທິວັດ ຄຳພາ ນັກທຳມະຊາດບຳບັດຊື່ດັ່ງ ກ່າວວ່າມັນເທດມີປະໂຫຍດໃນການຫຼຸດນ້ຳໜັກໄດ້ ໂດຍໃຫ້ຮັບປະທານໃນຊ່ວງເວລາ 9.00 ຫາ 11.00 .
ດົນ. ກິນລຽນ ແມກຄີດ ນັກໂພດສະນາການອາຫານ ນັກຂຽນ ແລະພິທີກອນ ລາຍການ You are what you eat ຈັດໃຫ້ມັນດ້າງເປັນອາຫານຫຼຸດຫຸ່ນທີ່ຊ່ວຍໃຫ້ຫຼຸດນ້ຳໜັກໄດ້ເຖິງ 3 ກິໂລກຣາມ ໄດ້ໃນຊົ່ວຂ້າມຄືນ ແຫລ່ງວິຕາມິນບີ 6 ຊ່ວຍບັນເທົາອາການກ່ອນມີປະຈຳເດືອນ ຊ່ວຍໃຫ້ຮ່າງກາຍຜະລິດພະລັງງານຈາກອາຫານໄດ້ຫລາຍຂຶ້ນ ແລະເປັນສິ່ງຈຳເປັນຢ່າງຍິ່ງຕໍ່ການຫຼຸດນ້ຳໜັກ ມັນດ້າງເປັນຄອມເພັກຄາໂບໄຮເດ ລົດ ຊຶ່ງປ່ອຍພະລັງງານຊ້າ ມີກາກໃຍຫລາຍ ເຮັດໃຫ້ອິ່ມທ້ອງຢູ່ໄດ້ໂດຍບໍ່ເພີ່ມແອວຫລືສະໂພກ ເຮັດໃຫ້ຕັບອ່ອນແຂງແຮງ

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...