Homeຂ່າວຄວາມສະຫງົບປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

Published on

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ ແຂວງວຽງຈັນ ເມື່ອມໍ່ໆມານີ້ຢູ່ ຄາຊີໂນ (ສະຖານທີ່ຫຼິ້ນການພະນັນ) ທີ່ບ້ານໜອງເດີ່ນ ນະຄອນໄກສອນ ພົມວິຫານ ໃນຂໍ້ກ່າວຫາສໍ້ໂກງ ແລະ ລັກຊັບນຳຜູ້ເຖົ້າທີ່ຢູ່ເຮືອນຄົນດຽວ.

ກ່ອນທີ່ຈະຈັບຕົວທ້າວ ວັນນະລາດ ໄດ້ມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ໃນເວລາປະມານ 12 ໂມງຂອງ ວັນທີ 18 ກຸມພາ 2025 ໄດ້ມີຄົນຮ້າຍເປັນ ເພດຊາຍ ໄດ້ຂັບຂີ່ລົດຈັກໄຟຟ້າສີຂາວເຂົ້າມາ ຫາພໍ່ຂອງຜູ້ກ່ຽວ ແລະ ໄດ້ສອບຖາມວ່າມີພີ່ນ້ອງ ຢູ່ຕ່າງປະເທດບໍ່ ເມື່ອຜູ້ເສຍຫາຍຕອບວ່າມີຢູ່ອາເມຣິກາ, ຊາຍດັ່ງກ່າວ ກໍໄດ້ຕົວະວ່າ ຕົນເອງກໍມາຈາກປະເທດອາເມຣິກາຄືກັນ ແລະ ຮູ້ຈັກຮັກແພງ ກັບພີ່ນ້ອງຂອງຜູ້ເສຍຫາຍ ຈາກນັ້ນ, ກໍໃຊ້ເລ່ຫຼ່ຽມ ເວົ້າວ່າຕົນເອງມີເງິນຈໍານວນ 200 ໂດລາ ຈະເອົາເງິນມາໃຫ້ ພ້ອມທັງຈົກເງິນໃບ 100 ໂດລາອອກມາໃຫ້ເບີ່ງ ຈາກນັ້ນ, ກໍໄດ້ຂໍແລກປ່ຽນເອົາ ເງິນກີບນຳຈໍານວນ 2 ລ້ານກີບ ເມື່ອຜູ້ເສຍຫາຍເອົາເງິນຈໍານວນດັ່ງກ່າວອອກມາໃຫ້ແລ້ວ, ຊາຍດັ່ງກ່າວກໍຊັກຊວນ ລົມໄປຕ່າງໆນາໆ ເພື່ອໃຫ້ຜູ້ເສຍຫາຍຫຼົງລືມ ແລະ ເງິນທີ່ຈະປ່ຽນກໍບໍ່ເອົາໃຫ້ຜູ້ເສຍຫາຍ ຈາກນັ້ນ, ກໍຈົກເອົາເງິນບາດ ໄທຈໍານວນ 20 ບາດ ອອກມາໃຫ້ຜູ້ເສຍຫາຍໃຫ້ໄປຊື້ນໍ້າມາໃຫ້ກິນ, ເມື່ອຜູ້ເສຍຫາຍຍ່າງໄປຊື້ນໍ້າ, ຊາຍ ດັ່ງກ່າວ ກໍໄດ້ໃຊ້ໂອກາດຍ່າງເຂົ້າໄປໃນຫ້ອງນອນແລ້ວລັກເອົາສາຍ ຄໍຄໍານໍ້າໜັກ 2 ບາດ ແລະ ກໍຂັບຂີ່ລົດຈັກເອົາຕົວຫຼົບໜີໄປ.

ຜ່ານການສອບສວນ, ທ້າວ ວັນນະລາດ ໄດ້ໃຫ້ການຮັບສາ ລະພາບວ່າ: ໃນໄລຍະຜ່ານມາ, ຜູ້ກ່ຽວແມ່ນໄດ້ເຄື່ອນໄຫວສໍ້ໂກງຊັບ ແລະ ລັກຊັບຂອງພໍ່-ແມ່ປະຊາຊົນ ຢູ່ຂອບເຂດນະຄອນໄກສອນ ພົມວິຫານ ມາແລ້ວ 5 ຄັ້ງຄື: ຄັ້ງທີ 1 ໃນ ວັນທີ 17 ກຸມພາ 2025 ຢູ່ ບ້ານໝອງເດີ່ນໄດ້ເງິນ 2 ລ້ານກີບ, ຄັ້ງທີ 2 ໃນວັນທີ 18 ກຸມພາ 2025 ຢູ່ບ້ານດົງດຳດວນໄດ້ ເງິນ 2 ລ້ານກີບ ແລະ ລັກເອົາ ສາຍຄໍຄໍານໍ້າໜັກ 2 ບາດ, ຄັ້ງທີ 3 ໃນວັນທີ 21 ກຸມພາ 2025 ແມ່ນກໍ່ເຫດນຳຄູບາຢູ່ວັດບ້ານໂພນສະຫວ່າງເໜືອໄດ້ເງິນ 3 ລ້ານກີບ, ກັບ 2,700 ບາດ ແລະ 10 ໂດລາ, ຄັ້ງທີ 4 ໃນວັນທີ 21 ກຸມພາຢູ່ບ້ານໜອງເດີ່ນໄດ້ລັກຊັບເປັນສາຍຄໍຄໍາ 1 ບາດ, ສາຍແຂນຄໍາ 2 ສະຫຼຶງ, ແຫວນ ຄໍາ 2 ວົງ, ນໍ້າໜັກ 2 ສະຫຼຶງ ແລະ ຕຸ້ມຫູຄໍາ 5 ຫຸນ, ຄັ້ງທີ 5 ໃນວັນທີ 26 ມີນາ 2025 ຢູ່ ບ້ານທາດອີງຮັງໄດ້ເງິນ 3.5 ລ້ານກີບ ແລະ 2,700 ບາດ.

ໃນການກໍ່ເຫດແຕ່ລະຄັ້ງ, ທ້າວ ວັນນະລາດ ຈະໃຊ້ວິທີໄປ ຫາເຊົ່າລົດຈັກນໍາບໍລິສັດໃຫ້ ເຊົ່າລົດ ຈາກນັ້ນ, ກໍຂັບຂີ່ເລາະ ຫາເປົ້າໝາຍຕາມເຮືອນປະຊາຊົນຂອບເຂດ ນະຄອນໄກສອນ ພົມວິຫານ ທີ່ເປັນຜູ້ເຖົ້າ ອາໄສຢູ່ເຮືອນຄົນດຽວ.

ສ່ວນເງິນທີ່ສໍ້ໂກງ ແລະ ຄໍາທີ່ລັກມາ ແມ່ນ ເອົາໄປຂາຍເພື່ອເຂົ້າໄປຫຼິ້ນ ການພະນັນຢູ່ຄາຊີໂນບ້ານ ໜອງເດີ່ນ.

ປະຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນ ຈະໄດ້ມີການພົວພັນປະສານສົມທົບກັບພາກ ສ່ວນກ່ຽວຂ້ອງ ເພື່ອນໍາ ເກັບກູ້ເອົາຊັບຈໍານວນດັ່ງກ່າວ ມາເປັນຂອງກາງຄະດີ ແລະ ມອບຄືນໃຫ້ ເຈົ້າຂອງເດີມ, ສ່ວນທ້າວ ວັນນະລາດ (ຜູ້ຖືກຫາ) ເຈົ້າໜ້າທີ່ ຈະໄດ້ ດໍາເນີນຄະດີຕາມຂັ້ນຕອນລະບຽບຂອງກົດໝາຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...