spot_img
Homeຂ່າວພາຍ​ໃນກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

Published on

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ.

ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ ສປປ ລາວ ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານເຈົ້າແຂວງ ພ້ອມດ້ວຍຄະນະຜູ້ແທນລັດຖະບານ ພ້ອມດ້ວຍແຂກສຳຄັນທັງຈາກພາກລັດ ແລະ ເອກະຊົນເຂົ້າຮ່ວມ. ເຊິ່ງໂຄງການນີ້ໄດ້ຮັບການພັດທະນາໂດຍ ກຸ່ມບໍລິສັດ ພອນສັກ ຈໍາກັດ.

ໂອກາດນີ້ ທ່ານ ພອນສັກ ວິໄລສັກ, ປະທານກຸ່ມບໍລິສັດພອນສັກ ຈຳກັດ ໄດ້ກ່າວວ່າ ໂຄງການນີ້ມີກຳລັງຜະລິດ 1,800 ເມກາວັດ, ມີມູນຄ່າກໍ່ສ້າງປະມານ 4 ຕື້ໂດລາສະຫະລັດ ເປັນໜຶ່ງໃນໂຄງການພັດທະນາອຸດສາຫະກຳພະລັງງານທີ່ສຳຄັນຂອງປະເທດ ໂດຍຈະເລີ່ມກໍ່ສ້າງໃນເດືອນເມສາ 2025 ພາຍຫຼັງສຳເລັດໂຄງການ, ກະແສໄຟຟ້າທີ່ຜະລິດໄດ້ຈະເປັນການເຊື່ອມໂຍງໂຄງລ່າງພະລັງງານກັບລາຊະອານາຈັກກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ (EDC).

ການກໍ່ສ້າງແບ່ງອອກເປັນ 3 ໄລຍະ ໂດຍທ່ານກ່າວວ່າ ໂຮງໄຟຟ້າຫຼັງທຳອິດຈະເລີ່ມຜະລິດກະແສໄຟຟ້າໃນເດືອນມັງກອນ 2028 ແລະ ຄາດວ່າຈະດຳເນີນການຜະລິດເຕັມຮູບແບບໄດ້ໃນເດືອນມັງກອນ 2030. ໂຄງການຈະຄຸ້ມຄອງໂດຍບໍລິສັດໃນເຄືອຂອງກຸ່ມພອນສັກເຊິ່ງມີ ບໍລິສັດພະລັງງານໄຟຟ້າຄວາມຮ້ອນເຊກອງ ຈຳກັດ (XTPPL) ແລະ ບໍລິສັດພະລັງງານໄຟຟ້າເຊກອງ ຈຳກັດ (XPPL).

ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ໂຄງການຍັງລວມເຖິງການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລໂວນ, ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າຫາຊາຍແດນລາວ-ກຳປູເຈຍ, ເປັນການເສີມຂະຫຍາຍການເຊື່ອມໂຍງພະລັງງານໃນລະດັບພາກພື້ນ. ໂດຍໂຄງການຈະນຳໃຊ້ເທັກໂນໂລຊີການເຜົາໄໝ້ຂັ້ນສູງທີ່ສອດຄ່ອງກັບມາດຕະຖານສາກົນ ເພື່ອຮັບປະກັນຄວາມໜ້າເຊື່ອຖື, ຄວາມປອດໄພ ແລະ ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ.

ໂອກາດດຽວກັນ ທ່ານ ແວນ ຮວ່າງ ດາວ ປະທານຄະນະອໍານວຍການ PSG Corporation Public Company Ltd. ໄດ້ກ່າວວ່າ ໂຄງການນີ້ຍັງເປັນການຮ່ວມມືກັນລະຫວ່າງ China Western Power Corporation ຜູ້ສະໜອງກົນຈັກ ແລະ ອຸປະກອນໄຟຟ້າ ຮ່ວມກັບ ບໍລິສັດ PSG Corporation Public Company Ltd. ບໍລິສັດຝ່າຍລາວທີ່ຮັບຜິດຊອບວຽກກໍ່ສ້າງ ແລະ ລະບົບເສີມ. ການປະສົມປະສານເຕັກໂນໂລຊີລະດັບສາກົນກັບຄວາມສາມາດຂອງຄົນລາວ ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຮ່ວມກັນເພື່ອການພັດທະນາແບບຍືນຍົງ.

ນອກນີ້ ຍັງມີບໍລິສັດ Petro Vietnam Power Corporation ຈະໃຫ້ການຝຶກອົບຮົມພະນັກງານທ້ອງຖິ່ນໃນການດໍາເນີນງານ ແລະ ບໍາລຸງຮັກສາໂຮງງານ, ຮັບປະກັນວ່າຜົນປະໂຫຍດໄລຍະຍາວຈະຢູ່ເປັນຮາກຖານໃນຊຸມຊົນ ແລະ ຂອບໃຈມາຍັງ ທະນາຄານ MB ຂອງຫວຽດນາມ ທີ່ໃຫ້ການສະໜັບສະໜູນທາງການເງິນແກ່ໂຄງການ ແລະ ຢືນຢັນວ່າ ບໍລິສັດຈະພັດທະນາໂຄງການໃຫ້ມີປະສິດທິພາບລະດັບສາກົນ, ເຄົາລົບສິ່ງແວດລ້ອມ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ, ແລະປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...