spot_img
Homeຂ່າວຕ່າງປະເທດລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

Published on

ລັດຖະບານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ພິຈາລະນາປິດສະຖານທູດ-ສະຖານກົງສຸນຕ່າງປະເທດ ເກຶອບ 30 ແຫ່ງ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ເມສາ 2025 ນີ້ວ່າ: ລັດທະບານຂອງປະທານາທິບໍດີ ໂດນັລ ທຣຳ ຂອງສະຫະລັດ ຕ້ອງການຫຼຸດຜ່ອນງົບປະມານຂອງກະຊວງການຕ່າງປະເທດລົງປະມານເຄິ່ງນຶ່ງ ເຊິ່ງອາດເຮັດໃຫ້ສະຖານທູດ ແລະ ະຖານກົງສຸນຂອງສະຫະລັດ ໃນຕ່າງປະເທດເກືອບ 30 ແຫ່ງຕ້ອງໄດ້ປິດລົງ ແລະ ຕ້ອງຕັດຄວາມຊ່ວຍເຫຼຶອຕ່າງປະເທດ.

ຂໍ້ສະເໜີຕັດງົບປະມານເກືອບ 30,000 ລ້ານໂດລາໃນປີ 2026 ມີລາຍລະອຽດຢູ່ໃນເອກະສານ ທີ່ເອີ້ນວ່າ: “Passback” ເຊິ່ງເປັນການຕອບສະເໜີຕໍ່ສຳນັກງານງົບປະມານທຳນຽບຂາວ ຫຼື ສຳນັກງານບໍລິຫານຈັດການ ແລະ ງົບປະມານ OMB ຕໍ່ຄຳຂໍເງິນທຶນຂອງກະຊວງການຕ່າງປະເທດສຳລັບປີງົບປະມານໜ້າ ເຊິ່ງຈະເລີ່ມໃນວັນທີ 1 ຕຸລາ.

ໃນຊ່ວງການດຳລົງຕຳແໜ່ງວາລະທຳອິດຂອງ ໂດນັລ ທຣຳ ໄດ້ມີການສະເໜີໃຫ້ຫຼຸດງົບປະມານທາງດ້ານການທູດ ແລະ ການຊ່ວຍເຫຼືອຂອງສະຫະລັດ ປະມານ 1 ໃນ 3 ແຕ່ດ້ານລັດຖະສະພາເຊິ່ງເປັນຜູ້ກຳນົດງົບປະມານຂອງລັດຖະບານກາງສະຫະລັດ ຍັງມີການຄັດຄ້ານຂໍ້ສະເໜີຂອງ ໂດນັລ ທຣຳ.

ເອກະສານ OMB ລະບຸວ່າ: ຈະຍົກເລີກໂຄງການຊ່ວຍເຫຼືອ ໄພພິບັດ ລະຫວ່າງປະເທດ ແລະ ໂຄງການຊ່ວຍເຫຼືອຜູ້ລີ້ໄພ ແລະ ຈະມີການຈັດຕັ້ງໂຄງການຊ່ວຍເຫຼືອດ້ານມະນຸດສະທຳລະຫວ່າງປະເທດມູນຄ່າ 2,500 ລ້ານໂດລາ ແລະ ໂຄງການຊ່ວຍເຫຼືອຜູ້ລີ້ໄພ ແລະ ການຍ້າຍຖິ່ນຖານສຸກເສີນຂອງປະທານາທິບໍດີມູນຄ່າ 1,500 ລ້ານໂດລາ.

ຕາມເອກະສານສະບັບທີ 2 ທີ່ສຳນັກຂ່າວຮອຍເຕີກວດສວບ ສະຖານທູດ 10 ແຫ່ງ ທີ່ກຳລັງພິຈະລານາປິດມີດັ່ງນີ້: ເອຣິເທຣຍ, ເກນາດາ, ເລໂຊໂທ, ສະທາລະນະລັດແອຟຣິກາກາງ, ລັກສຳເບີກ, ສະທາລະນະລັດຄົງໂກ, ແກມເບຍ, ຊູດານໃຕ້, ມອນຕາ ແລະ ເມົາດີຟ.

ໃນຈຳນວນສະຖານກົງສຸນ 17 ແຫ່ງທີ່ໄດ້ແນະນຳໃຫ້ປິດມີຫຼາຍກວ່າ 12 ແຫ່ງຕັ້ງຢູ່ໃນເອຮົບ ສ່ວນທີ່ເຫຼືອອີກ 4 ແຫ່ງ ຄືສະຖານກົງສຸນສະຫະລັດ ໃນເມືອງປູຊານ ສ ເກົາຫຼີ, ເມືອງເດີບັນ ແອຟຣິກາໃຕ້, ເມືອງດານ ປະເທດອິນໂດເນເຊຍ ແລະ ເມືອງດູອາລາ ປະເທດ ແຄມເມີລູນ.

ແຫຼ່ງຂ່າວ: ຮອຍເຕີ

 

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...