spot_img
Homeຂ່າວຕ່າງປະເທດຈີນເຕືອນອີກ! ຫ້າມສະຫະລັດຯລ່ວງລ້ຳທະເລຈີນໃຕ້

ຈີນເຕືອນອີກ! ຫ້າມສະຫະລັດຯລ່ວງລ້ຳທະເລຈີນໃຕ້

Published on

ຫົວຊຸນຫຍິງ
ນາງຫົວ ຊຸນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ

ສຳນັກຂ່າວຊິນຫົວລາຍງານວ່າ ມື້ວັນທີ 2 ພະຈິກທີ່ຜ່ານມາ ນາງຫົວ ຊຸນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ ຖະແຫຼງການວ່າ “ເຮົາຂໍຢ້ຳບໍ່ໃຫ້ສະຫະລັດກະທຳການໃດໆ ທີ່ຄຸກຄາມຕໍ່ອະທິປະໄຕແລະຄວາມໝັ້ນຄົງ ຂອງຈີນໃນທະເລຈີນໃຕ້”.

ຫຼັງຈາກທີ່ທ່ານ ເບນ ໂຣດ ຮອງທີ່ປຶກສາ ດ້ານຄວາມໝັ້ນຄົງຂອງສະຫະລັດຯ ອອກມາປະກາດເມື່ອວັນຈັນທີ່ຜ່ານມາວ່າ ກອງທັບເຮືອສະຫະລັດຯມີແຜນທີ່ຈະ ລາດຕະເວນໃນທະເລຈີນໃຕ້ ເພື່ອຢ້ຳເຕືອນໃຫ້ຈີນແລະປະເທດອື່ນໆ ຮູ້ເຖິງສິດທິການເດິນເຮືອຂອງສະຫະລັດຯ ພາຍໃຕ້ກົດໝາຍລະຫວ່າງປະເທດ.

ນາງຫົວກ່າວວ່າ ຈີນເຄົາລົບແລະຄຸ້ມຄອງ ສິດທິເສລີພາບການເດິນເຮືອແລະການບິນ ຂອງປະເທດຕ່າງໆຕາມກົດໝາຍລະຫວ່າງປະເທດ ແຕ່ຈະຄັດຄ້ານການນຳເຫດຜົນນີ້ມາທຳລາຍ ອະທິປະໄຕແລະຄວາມໝັ້ນຄົງຂອງຈີນ.

ນາງກ່າວຢ້ຳວ່າ ຈີນນັ້ນຕັດສິນໃຈຢ່າງໜັກແໜ້ນ ທີ່ຈະຮັກສາອະທິປະໄຕໃນດິນແດນ ລວມທັງຄວາມໝັ້ນຄົງແລະຜົນປະໂຫຍດ ທາງທະເລອີກດ້ວຍ.

“ເຮົາຢືນຢັນທີ່ຈະມີການຕອບໂຕ້ຕໍ່ ການຍຸແຍ່ໂດຍເຈຕະນາຈາກປະເທດໃດກໍຕາມ” ພ້ອມກັບກ່າວວ່າຈີນຈະມີການຕິດຕາມ ສະຖານະການຢ່າງໃກ້ຊິດ.

ທັງນຮີ້ເຮືອຮົບຂອງສະຫະລັດຯ USS Lassen ທີ່ລ່ວງລ້ຳໃກ້ນ່ານນ້ຳ Zhubi Reef ເມື່ອອາທິດແລ້ວນັ້ນເປັນສ່ວນໜຶ່ງ ຂອງເກາະໜານຊາຂອງຈີນໃນທະເລຈີນໃຕ້  ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານຈີນກ່ອນ ຕໍ່ມາທາງຈີນນັ້ນໄດ້ມີການປະທ້ວງຢ່າງດຸເດືອດ ຕໍ່ສະຫະລັດອາເມລິກາ ອີກທັງຍັງສະແດງຄວາມບໍ່ພໍໃຈ ແລະຍຶດຫມັ້ນໃນຈຸດຢືນຂອງຈີນຕໍ່ໄປ.

ສຳນັກຂ່າວຊິນຫົວ

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)