Homeຂ່າວພາຍ​ໃນລະບົບຊົນລະປະທານ 71 ແຫ່ງຖືກຜົນກະທົບຈາກໄພພິບັດທໍາມະຊາດຢູ່ແຂວງຫົວພັນ

ລະບົບຊົນລະປະທານ 71 ແຫ່ງຖືກຜົນກະທົບຈາກໄພພິບັດທໍາມະຊາດຢູ່ແຂວງຫົວພັນ

Published on

ທ່ານ ບຸນເສີມ ອິນສຸມັງ ຮອງຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະປ່າໄມ້ແຂວງຫົວພັນ ໃຫ້ສໍາພາດວ່າ: ລະ ຫວ່າງທ້າຍເດືອນ ກໍລະກົດ – ທ້າຍເດືອນ ກັນຍາ ຜ່ານມານີ້ໄດ້ມີຝົນຕົກໜັກເຮັດໃຫ້ມີນໍ້າປ່າໄຫຼສຸ ເຊິ່ງໄດ້ເຮັດໃຫ້ມີຜົນກະທົບ ຕໍ່ລະບົບຊົນລະປະທານຈໍານວນ 71 ແຫ່ງໃນ 8 ເມືອງຄື: ເມືອງຊໍາເໜືອ, ເມືອງວຽໄຊ, ເມືອງສົບເບົາ, ເມືອງແອດ, ເມືອງຊ່ອນ, ເມືອງຮ້ຽມ, ເມືອງຊຽງຄໍ້ ແລະ ເມືອງຫົວເມືອງ, ໃນນີ້ ເມືອງວຽງໄຊມີຊົນລະປະທານທີ່ ຖືກຜົນກະທົບມີ 6 ໂຄງການ, ເມືອງສົບເບົາ ມີ 31 ໂຄງການ, ເມືອງແອດ ມີ 3 ໂຄງການ, ເມືອງຊ່ອນ 7 ໂຄງການ, ເມືອງຊໍາເໜືອ 11 ໂຄງການ, ເມືອງຮ້ຽມ 4 ໂຄງການ, ເມືອງຊຽນຄໍ້ 6ໂຄງການ, ເມືອງຫົວ ເມືອງ 3 ໂຄງການ, ແຕ່ລະໂຄງການທີ່ເສຍຫາຍແມ່ນລະບົບຫົວງານ,ຫົວອ່າງ, ລະບົບຄອງເໝືອງ, ທໍ່ສົ່ງນໍ້າ ເຊິ່ງມີຜົນເສຍຫາຍທັງໝົດ 133 ຕື້ ກວ່າລ້ານກີບ.

ທ່ານໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ລະບົບຊົນລະປະທານຖືກຜົນກະທົບເຊີ່ງບໍ່ສາມາດສະໜອງນໍ້າເຂົ້າຫົດໃສ່ ເນື້ອທີ່ການຜະລິດຂອງປະຊາຊົນບາງເຂດໄດ້, ສະນັ້ນພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງສົມທົບຂັ້ນເມືອງ, ບ້ານໄດ້ລົງສ້ອມແປງ ແລະ ແກ້ໄຂສຸກເສີນບັນດາໂຄງການທີ່ເປ່ເພ່ເລັກໜ່ອຍ ເພື່ອໃຫ້ ມີນໍ້າເຂົ້າຫົດໃສ່ເນື້ອທີ່ການຜະລິດປະຊາຊົນໄດ້ຈໍານວນໜື່ງແລ້ວ ແລະ ຍັງຈະໄດ້ສືບ ຕໍ່ແກ້ໄຂ, ສ້ອມແປງບັນດາຊົນລະປະທານທີ່ເປ່ເພ່ເສຍຫາຍໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...