spot_img
Homeຂ່າວຕ່າງປະເທດກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

Published on

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ ຊຸກຍູ້ ການທ່ອງທ່ຽວ ໄທລາວ.

ໃນວັນທີ 10 ກັນຍາ 2024 ຜ່ານມາ, ຢູ່ໂຮງແຮມ ແລນມາກ ໄດ້ມີກອງປະຊຸມ ປຶກສາຫາລື ການຂົນສົ່ງທາງລົດ ລະຫວ່າງ ໄທລາວ ລະຫວ່າງ ກົມຂົນສົ່ງທາງບົກໄທ ແລະ ກົມຂົນສົ່ງ ຂອງ ສປປ ລາວ ເພື່ອຕິດຕາມແຜນການດຳເນີນຄວາມຮ່ວມມືດ້ານການຂົນສົ່ງລະຫວ່າງໄທ-ລາວ ແລະ ຫາລືແລກປ່ຽນຂໍ້ຄິດເຫັນດ້ານການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ໂດຍຈະເປີດໃຫ້ບໍລິການ ໃນເດືອນພະຈິກ 2024 ນີ້.

ນອກຈາກນີ້ ຍັງຈະກຽມສຶກສາ ເສັ້ນທາງບໍລິການທາງລົດເມຕື່ມ ໃນອີກ 5 ເສັ້ນທາງກໍຄື: 1.ຊຽງໃຫມ່-ບໍ່ເຕັນ. 2.ກຸງເທບ-ສະຫວັນນະເຂດ, 3.ພັດທະຍາ-ປາກເຊ, 4.ພັດທະຍາ-ນະຄອນຫຼວງວຽງຈັນ, 5.ພັດທະຍາ-ສະຫວັນນະເຂດ ເພື່ອອຳນວຍຄວາມສະດວກ ແລະເພີ່ມທາງເລືອກຜູ້ໂດຍສານເດີນທາງດ້ວຍລະບົບຂົນສົ່ງສາທາລະນະເຊື່ອມຕໍ່ທການທ່ອງທ່ຍວຂອງສອງປະເທດໃຫ້ຫຼາຍຍິ່ງຂຶ້ນ.

ທັງນີ້ຍັງໄດ້ລົງພຶ້ນທີ່ກວດກາຕາມບໍລິເວນບ່ອນຈຳໜ່າຍປີ້ໂດຍສານຂອງ ບຂສ ທີ່ສະຖານີຂົນສົ່ງຜູ້ໂດຍສານຕະຫຼາດເຊົ້າ ໂດຍໃຫ້ຕິດຕັ້ງປ້າຍປະຊາສຳພັນລົດໂດຍສານລະຫວ່າງປະເທດ ທັງພາສາໄທ ແລະ ລາວ ເພື່ອຕິດຕັ້ງບໍລິເວນບ່ອນຂາຍປີ້ທີ່ສະຖານີຕະຫຼາດເຊົ້າ ໂດຍໃຫ້ຜູ້ໂດຍສານສະດວກສະບາຍໃນການຊື້ຫຼາຍຂຶ້ນ ນອກຈາກນີ້ ຍັງຈະມີການເປີດໃຫ້ຈອງຊື້ປີ້ ລ່ວງໜ້າ ຜ່ານລະບົບອອນລາຍ ແລະ E-ticket ໃນເສັ້ນທາງລະຫວ່າງປະເທດ ທຸກເສັ້ນທາງ ໃນຈໍານວນ 9 ເສັ້ນທາງ ໄທ-ລາວ, ແລ່ນ 92 ຖ້ຽວຕໍ່ມື້ ສະເລ່ຍ ມີຜູ້ໂດຍສານ 3,000 ຄົນຕໍ່ມື້.

ແຫຼ່ງຂ່າວ: ມະຕິຊົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...