Homeຂ່າວນໍ້າຖ້ວມເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

Published on

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1 ຫາ ຕອນເຊົ້າວັນທີ 2 ຕຸລາ 2024 ເຮັດໃຫ້ເກີດມີນໍ້າປ່າໄຫລຊຸລົງມາຢ່າງໄວ ແລະ ສ້າງຜົນກະທົບແກ່ປະຊາຊົນ 14 ບ້ານ ທີ່ຢູ່ພາຍໃນເທດສະບານເມືອງສິງ, ໃນນີ້ ເສຍຫາຍໜັກໜ່ວງກວ່າໝູ່ແມ່ນຢູ່ບ້ານຈອມ ແລະ ບ້ານເລົ້າເຂົ້າ.

ຢ່າງໃດກໍຕາມ, ມາຮອດວັນທີ 3 ຕຸລານີ້ ສະພາບນໍ້າໄດ້ບົກແຫ້ງໝົດແລ້ວ, ເຊິ່ງອົງການປົກຄອງເມືອງໄດ້ລະດົມກໍາລັງຈາກທຸກພາກສ່ວນຕ່າງໆ ໄປຊ່ວຍເຫລືອປະຊາຊົນອະນາໄມເຮືອນຊານ, ໂຮງຮຽນ ແລະ ສໍານັກງານຕ່າງໆ. ຂະນະທີ່ຫລາຍພາກ ສ່ວນໄດ້ເຂົ້າໄປໃຫ້ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍສະເພາະການຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາເປັນຕ່າງໆ, ພ້ອມນີ້ ອົງການປົກຄອງເມືອງ ໄດ້ມອບໃຫ້ຂະແໜງໂຍທາທິການ ແລະ ຂົນສົ່ງ, ກະສິກໍາ, ຊົນລະປະທານ ແລະ ຂະແໜງການອື່ນໆ ຮີບຮ້ອຍເກັບກໍາຂໍ້ມູນຜົນເສຍຫາຍໃຫ້ລະອຽດຊັດເຈນ, ເຊິ່ງສະພາບທີ່ເຫັນ ເຮັດໃຫ້ຄາດຄະເນຜົນເສຍຫາຍຈາກສະພາບນໍ້າຖ້ວມໃນຄັ້ງນີ້ແມ່ນບໍ່ຫລຸດ 30 ຕື້ກີບ.

ທ່ານ ເຈົ້າເມືອງໆ ສິງ ໃຫ້ຮູ້ຕື່ມວ່າ: ສະພາບນໍ້າຖ້ວມໃນຄັ້ງນີ້ ແມ່ນເປັນຄັ້ງທີ 2 ໃນຮອບ 1 ປີ ທີ່ເກີດຂຶ້ນຢູ່ພາຍໃນເມືອງສິງ ພາຍຫລັງສະພາບນໍ້າຖ້ວມ ຄັ້ງທີ 1 ເກີດຂຶ້ນໃນວັນທີ 9 ກັນຍາ 2024 ຍ້ອນໄດ້ຮັບຜົນກະທົບຈາກພະຍຸຢາກິ. ສັງລວມແລ້ວສະພາບນໍ້າຖ້ວມທັງ 2 ຄັ້ງທີ່ເກີດຂຶ້ນ ແມ່ນສ້າງຄວາມເສຍຫາຍໜັກໜ່ວງຫລາຍແລະ ເປັນເຫດການທີ່ເກີດຂຶ້ນໃນຮອບຫລາຍກວ່າ 15 ປີ ຜ່ານມາ. ສ່ວນໜ້າວຽກທີ່ຕ້ອງຮີບຮ້ອນຊ່ວຍເຫລືອປະຊາຊົນ. ນອກຈາກການຊ່ວຍອະນາໄມເຮືອນຊານ, ຊ່ວຍເຫລືອເຄື່ອງອຸປະໂພກ-ບໍລິໂພກໃນໄລຍະສະເພາະໜ້າ ແມ່ນການສ້ອມແປງຂົວບາງແຫ່ງທີ່ຫັກ ແລະ ການສ້ອມແປງທາງຂາດຫລາຍຈຸດ ເພື່ອໃຫ້ສາມາດສັນຈອນໄປ-ມາໄດ້ເປັນປົກກະຕິໂດຍໄວ.

ແຫຼ່ງຂ່າວ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...