spot_img
Homeຄວາມງາມເທັກນິກພິຊິດຮີມປາກງາມ

ເທັກນິກພິຊິດຮີມປາກງາມ

Published on

istock_000049473586_small
ສາວໆ ແຕ່ລະຄົນມີຮີມສົບທີ່ບໍ່ຄືກັນ ແລະມີບັນຫາກັບຮີມສົບແຕກຕ່າງກັນໄປ ບາງຄົນຮີມສົບໃຫຍ່ບາງຄົນປາກນ້ອຍ ປາກແຫ້ງງ່າຍ ແຕ່ບໍ່ຕ້ອງກັງວົນໄປ ພຽງມີເທັກນິກດີໆເຫລົ່ານີ້ຮີມສົບ ຂອງທ່ານກໍກັບມາງາມແລ້ວ
ປາກໃຫຍ່ ແກ້ໄຂແນວໃດດີ ສຳລັບສາວໆ ທີ່ມີບັນຫາປາກໃຫຍ່ ແຕ່ບໍ່ມັກກໍຕ້ອງພະຍາຍາມປົກປິດ ດ້ວຍການໃຊ້ຄອນຊີນເລີທາເທິງຂອບປາກທີ່ຕ້ອງການຈະລຸດຂະໜາດ ແລ້ວໃຊ້ແປ້ງຝຸ່ນເຊດອີກເທື່ອ ສຸດທ້າຍ ທາລິບຕາມປົກກະຕິ ແຕ່ຢ່າທາເກີນອອກມາຫລາຍ ເພາະບໍ່ຢ່າງນັ້ນປາກກໍຈະເບິ່ງໃຫຍ່ຄືເກົ່າ
ປາກນ້ອຍເກີນໄປ ທາລິບບໍ່ຄ່ອຍເຫັນ ຄວນໃຊ້ລິບໄລເນີລ໌ແຕ້ມກາຍຂອບປາກອອກມາເລັກນ້ອຍ ຈາກນັ້ນ ລະບາຍ ລິບໄລເນີລ໌ໃຫ້ເຕັມຮີມສົບເພື່ອໃຫ້ຕິດທົນດົນຫລາຍຂຶ້ນ ແລ້ວຄ່ອຍທາລິບຕາມປົກກະຕິ ອີກເທກນິກທີ່ງ່າຍກໍຄືການທາລິບສີປົກກະຕິແລ້ວເມ້ມປາກຂຶ້ນລົງໄປມາ ໃຫ້ລິບເກີນຂອບປາກເລັກນ້ອຍ ເທົ່ານີ້ກໍໄດ້ລິມຝີປາກໃຫຍ່ໆງາມແລ້ວ
ປາກແຫ້ງຫລາຍ ການໃຊ້ລິບບາລ໌ເພື່ອບຳລຸງຮີມສົບຍັງຖືເປັນສິ່ງສຳຄັນທີ່ສຸດ ຫລາຍຄົນມັກລືມຂັ້ນຕອນນີ້ ດັ່ງນັ້ນ ກ່ອນນອນທຸກຄືນຢ່າງນ້ອຍຄວນທາລິບບາລ໌ປິໂຕລຽມເຈນລີ່ເພື່ອບຳລຸງ
ປາກລອກ ການສະຄຣັບປາກຖືເປັນສິ່ງຈຳເປັນພໍໆ ກັບການສະຄຣັບຜິວຕົວ ສຳລັບໃຜ ທີ່ມີປາກລອກເປັນຂຸຍແນະນຳວ່າກ່ອນທາລິບສີສົດໆ ຄວນສະຄຣັບຊະກ່ອນ ຫລື ຈະນຳນ້ຳເຜຶ້ງມາປະສົມນ້ຳຕານຊາຍແລ້ວນຳມາຖູທີ່ປາກ ແທນສະຄຣັບກໍໄດ້

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...