spot_img
Homeຂ່າວທ້ອງຖິ່ນຂ່າວເສົ້າ! ພົບປາຂ່າຕາຍ ທີ່ບ້ານຫາງຄອນ

ຂ່າວເສົ້າ! ພົບປາຂ່າຕາຍ ທີ່ບ້ານຫາງຄອນ

Published on

ຂ່າວເສົ້າ! ພົບປາຂ່າຕາຍ ທີ່ບ້ານຫາງຄອນ

ຊາວບ້ານໄດ້ ພົບປາຂ່າຕາຍ ທີ່ບ້ານຫາງຄອນ ເມືອງໂຂງ ແຂວງຈຳປາສັກ.

ປາຂ່າ ຫຼື ປາໂລມານ້ຳຈືດ ຖືເປັນ ສັດຫວງຫ້າມ ແລະ  ເປັນສົມບັດລຳ້ຄ່າຂອງຊາດ ແລະ  ເປັນສີ່ງທີ່ກະຕຸ້ນ ການທ່ອງທ່ຽວຂອງແຂວງ ໂດຍສະເພາະ  ທີ່ບ້ານຫາງຄອນ ເມືອງໂຂງ ແຂວງຈຳປາສັກ ຫຼື ອາດກ່າວໄດ້ວ່າ ແຫຼ່ງທ່ອງທ່ຽວ ທາງພາກໃຕ້ ເປັນແຫຼ່ງທ່ອງທ່ຽວສຳຄັນ ຂອງປະເທດເຮົາ  ແຕ່ລະປີ ກໍສິມີນັກທ່ອງທ່ຽວ ຈາກປະເທດໄທ ຫຼື ປະເທດອື່ນໆ ອີກຫຼາຍປະເທດ ເຂົ້າມາທ່ອງທ່ຽວ ພ້ອມກັບນຳເງິນມາໃຊ້ຈ່າຍ ໃນບ້ານເມືອງເຮົາ  ເກຶດຜົນດີ ຕໍ່ເສດຖະກຶດ ໂດຍລວມຂອງປະເທດ  ຊື່ງກໍຄືຂອງຊາດລາວເຮົາ. ພວກເຮົາທຸກຄົນຕ້ອງຊ່ວຍກັນອານຸລັກ ແລະ ສະກັດກັ້ນການລ່າປ່າຂ່າ ທຸກຮູບແບບ.
ສະພາບຂອງປາຂ່າທີ່ພົບ ສ່ວນຫົວແມ່ນ ມີບາດແຜ ຄາດວ່າຈະຖືກມອງ ຫຼື ອຸປະກອນຫາປາໃດໜື່ງ ເຮັດໃຫ້ເກີດບາດແຜ ຈົນຕາຍ.
ນັກຂ່າວສັນຈອນຂອງພວກເຮົາ ໄດ້ໂທລົມກັບ ພໍ່ໃໝ່ ນາຍບ້ານ ບ້ານຫາງຄອນ ໄດ້ໃຫ້ຂໍ້ມູນເພີ່ມວ່າ ໄດ້ ພົບປ່າຂ່າຕາຍ ມື້ວັນທີ 1 ເມສາ 2015 ຢູ່ເຂດໜ້ານ້ຳສອງປະເທດ ລາວ-ກຳປູເຈຍ. ເຊິ່ງປາດັ່ງກ່າວ ແມ່ນໄດ້ສົ່ງໃຫ້ພາກສ່ວນກ່ຽວຂ້ອງ ໄປກວດສອບ ຫາສາເຫດການຕາຍ. ນາຍບ້ານຍັງບອກຕືມວ່າ ປະກົດການ ພົບປາໂລມານ້ຳຈືດຕາຍນີ້ ແມ່ນຈະເຫັນ 3-4 ປີ ມີຄັ້ງໜື່ງ.
ພາບແລະຂ່າວພົບປາຂ່າຕາຍ ທີ່ບ້ານຫາງຄອນ: ນັກຂ່າວສັນຈອນ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...