spot_img
Homeຂ່າວຕ່າງປະເທດWHO ເຕືອນຄົນທົ່ວໂລກຢ່າຖືເບົາ ເພາະໂຄວິດຍັງຢູ່ໃນຂັ້ນວິກິດ

WHO ເຕືອນຄົນທົ່ວໂລກຢ່າຖືເບົາ ເພາະໂຄວິດຍັງຢູ່ໃນຂັ້ນວິກິດ

Published on

ເວັບໄຊ Post Today ລາຍງານ: ອົງການອະນາໄມໂລກ (WHO) ເຕືອນປະຊາຊົນໃນທົ່ວໂລກຢ່າຖືເບົາໃນການປ້ອງກັນຕົນເອງໃຫ້ປອດໄພຈາກເຊື້ອໂຄວິດ ເນື່ອງຈາກໄວຣັສຊະນິດດັ່ງກ່າວຍັງຈັດຢູ່ໃນຂັ້ນວິກິດ ເຖິງແມ່ນຫຼາຍຄົນຄິດວ່າມັນໃກ້ຈະຈົບລົງແລ້ວກໍຕາມ.

ທ່ານ ມາເຣຍ ແວນ ເຄີໂຄຟ, ຫົວໜ້າພະແນກວິຊາການດ້ານໂຄວິດ-19 ຂອງອົງການອະນາໄມໂລກກ່າວວ່າ ປັດຈຸບັນໂລກຂອງພວກເຮົາຍັງຈັດຢູ່ໃນຂີດອັນຕະລາຍ ແລະກຳລັງຢູ່ໃນຊ່ວງໄລຍະກາງຂອງການແຜ່ລະບາດ ເຊິ່ງຍັງກຳນົດບໍ່ໄດ້ວ່າ ຈະໃຊ້ເວລາອີກດົນປານໃດຈິ່ງຈະສາມາດຫຼຸດພົ້ນຈາກວິກິດນີ້ໄດ້ ເຊິ່ງບາງປະເທດຕ້ອງໄດ້ດີ້ນຮົນຢ່າງໜັກໃນການຕໍ່ສູ້ກັບການລະບາດຂອງໄວຣັສສາຍພັນໃໝ່ນີ້ ໂດຍສະເພາະປັນຫາຜູ້ຕິດເຊື້ອທີ່ມີອາການໜັກຈົນເຮັດໃຫ້ຫ້ອງໄອຊີຢູບໍ່ສາມາດຮອງຮັບໄດ້ ຈິ່ງພາໃຫ້ມີການລົ້ມຕາຍເປັນຈຳນວນຫຼາຍໃນແຕ່ລະວັນ.

ອາທິດຜ່ານມາ, ອົງການ ສປຊ ກໍໄດ້ຮັບລາຍງານຜູ້ຕິດເຊື້ອໃໝ່ຈຳນວນ 3.1 ລ້ານລາຍ ແລະເສຍຊີວິດເພີ່ມ 54.000 ລາຍໃນທົ່ວໂລກ ຂະນະທີ່ WHO ເຊື່ອວ່າຈຳນວນຜູ້ຕິດເຊື້ອຕົວຈິງອາດສູງກວ່ານັ້ນ ແລະກຳລັງເພີ່ມຂຶ້ນຫຼາຍເທົ່າ ນັ້ນກໍໝາຍຄວາມວ່າ ໂລກຍັງບໍ່ສາມາດຄວບຄຸມໄວຣັສນີ້ໄດ້.

ຢ່າງໃດກໍຕາມ, ທ່ານ ເຄີໂຄຟ ກ່າວຕື່ມວ່າ ຜູ້ທີ່ມີອາການປ່ວຍໜັກ ແລະເສຍຊີວິດຈາກໂຄວິດ-19ສ່ວນໃຫຍ່ແມ່ນກຸ່ມຄົນທີ່ຍັງບໍ່ໄດ້ຮັບການສີດວັກຊີນ ເຊິ່ງປັດຈຸບັນທາງ WHO ກຳລັງຫາລືເພື່ອຄາດຄະເນສະຖານະການຂອງການແຜ່ລະບາດຂອງພະຍາດໄວຣັສໃນຊ່ວງ 3 ເດືອນ ເຖິງ 18 ເດືອນຂ້າງໜ້າ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...