spot_img
Homeຂ່າວຕ່າງປະເທດUS ຫຼຸດເງື່ອນໄຂຂາຍອາວຸດເພີ່ມອັນຕະລາຍກອງທັບຣັດເຊຍ

US ຫຼຸດເງື່ອນໄຂຂາຍອາວຸດເພີ່ມອັນຕະລາຍກອງທັບຣັດເຊຍ

Published on

ຣັດເຊຍກ່າວວ່າ ສະຫະລັດ ຫຼຸດເງື່ອນໄຂໜຸນອາວຸດໃຫ້ຊີເລຍ ສ່ຽງເພີ່ມອັນຕະລາຍແກ່ກອງທັບຣັດເຊຍ ເຢຍລະມັນ ເສີມອາວຸດອາດເຖິງມືຜູ້ກໍ່ການຮ້າຍ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ 27 ທັນວາ ທີ່ຜ່ານມາວ່າ: ລັດຖະມົນຕີຕ່າງປະເທດຣັດເຊຍກ່າວໃນວັນທີ 27 ທັນວາ ທີ່ຜ່ານມາວ່າ ທີ່ສະຫະລັດ ພິຈາລະນາຜ່ອນຄາຍເງື່ອນໄຂສະໜັບສະໜູນອາວຸດໃຫ້ແກ່ກຸ່ມກະບົດຊີເຣຍ ທຽບເທົ່າການກະທໍາທີ່ບໍ່ເປັນມິດ ທີ່ເປັນໄພຄຸກຄາມເຮືອບິນຂອງຣັດເຊຍ ແລະບຸກຄະລາກອນຂອງກອງທັບ ທັງນີ້ ສື່ທ້ອງຖິ່ນຂອງຣັດເຊຍ ກ່າວວ່າ ເຈົ້າໜ້າທີ່ພາຍໃຕ້ການບໍລິຫານຂອງ ບາລັກ ໂອບາມາ ພະຍາຍາມທີ່ຈະເຮັດໃຫ້ສະຖານະການໂລກຊັບຊ້ອນກ່ອນ ໂດນັນ ທຣັມ ຂຶ້ນເຮັດວຽກໃນເດືອນມັງກອນປີ 2017.

ທັງນີ້ ໂອບາມາ ຫາກໍຍົກເລີກຂໍ້ຈໍາກັດການສົ່ງມອບອາວຸດບາງຢ່າງໄປຍັງຊີເຣຍ ເມື່ອຕົ້ນເດືອນກ່ອນ ຂະນະທີ່ເຢຍລະມັນທີ່ສະໜັບສະໜູນລັດຖະບານຂອງ ບາຣ໌ຊາ ອັລ ອັດຊາດ ປະທານາທິບໍດີຊີເລຍກ່າວວ່າ ການເຄື່ອນຍ້າຍອາວຸດມີຄວາມສ່ຽງທີ່ຈະເຮັດໃຫ້ອາວຸດຕົກໄປສູ່ມືຜູ້ກໍ່ການຮ້າຍໄດ້

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...