spot_img
Homeຂ່າວຕ່າງປະເທດUNICEF ເຜີຍ ເດັກນ້ອຍ 1 ໃນ 7 ຄົນທົ່ວໂລກ ສູດດົມອາກາດເປັນພິດ ເກີນມາດຕະຖານເຖິງ 6 ເທົ່າ!

UNICEF ເຜີຍ ເດັກນ້ອຍ 1 ໃນ 7 ຄົນທົ່ວໂລກ ສູດດົມອາກາດເປັນພິດ ເກີນມາດຕະຖານເຖິງ 6 ເທົ່າ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 31 ຕຸລາຜ່ານມານີ້ວ່າ ອົງການ UNICEF ໄດ້ເຜີຍແຜ່ບົດລາຍງານການວິໄຈ ລະບຸວ່າ ມີເດັກນ້ອຍປະມານ 300 ລ້ານຄົນໃນທົ່ວໂລກ ຕ້ອງສູດດົມອາກາດທີ່ເປັນພິດ ຊຶ່ງອາດກໍ່ໃຫ້ເກີດຄວາມຜິດປົກກະຕິທາງດ້ານຮ່າງກາຍຢ່າງຮຸນແຮງ ແລະ ກະທົບຕໍ່ພັດທະນາການທາງສະໝອງ ໂດຍມົນລະພິດທາງອາກາດ ເປັນປັດໄຈສຳຄັນທີ່ນຳມາສູ່ ການເສຍຊີວິດໃນໄວເດັກ ແລະ ພົບວ່າ ມີເດັກນ້ອຍເກືອບ 1 ໃນ 7 ຄົນໃນທົ່ວໂລກ ຕ້ອງສູດດົມອາກາດທີ່ເປັນພິດ ເກີນມາດຕະຖານສາກົນ ຢ່າງໜ້ອຍ 6 ເທົ່າ.

ທ່ານ ແອນໂທນີ ເລກ ຜູ້ອຳນວຍການບໍລິຫານ ອົງການ UNICEF ໄດ້ຖະແຫລງວ່າ ມົນລະພິດທາງອາກາດ ຄືສາເຫດຂອງການເສຍຊີວິດ ໃນກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີ ປະມານ 600,000 ຄົນຕໍ່ປີ ແລະ ຍັງຄຸກຄາມຊີວິດ ອະນາຄົນຂອງຜູ້ຄົນນັບລ້ານໆຄົນໃນທຸກມື້.

ບົດລາຍງານຍັງໄດ້ລະບຸວ່າ ພາກພື້ນອາຊີໃຕ້ ເປັນຂົງເຂດທີ່ມີເດັກອາໄສຢູ່ ໃນເຂດມົນລະພິດສູງເກີນມາດຕະຖານຫລາຍທີ່ສຸດ 620 ລ້ານຄົນ ຮອງລົງມາແມ່ນທະວີບອາຟຣິກກາ 520 ລ້ານຄົນ ແລະ ອາຊີຕາເວັນອອກ-ປາຊີຟິກ 450 ລ້ານຄົນ, ຈາກບັນດາຕົວເລກດັ່ງກ່າວນີ້ ອົງການ UNICEF ໄດ້ຮຽກຮ້ອງໃຫ້ທຸກໆປະເທດ ຕ້ອງໄດ້ມີມາດຕະການ ເພື່ອຕໍ່ສູ້ກັບບັນຫາມົນລະພາວະຢ່າງຈິງຈັງ ພ້ອມທັງເພີ່ມໂອກາດໃຫ້ເດັກນ້ອຍ ໃນການເຂົ້າເຖິງການບໍລິການທາງການແພດ.

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...