spot_img
HomeມູມໄອທີລາວOppo ປະກາດຈະເປີດໂຕລຸ້ນສືບທອດ F1 ໃນເດືອນໜ້ານີ້

Oppo ປະກາດຈະເປີດໂຕລຸ້ນສືບທອດ F1 ໃນເດືອນໜ້ານີ້

Published on

​Oppo F1 ແມ່ນເປີດໂຕຄັ້ງທຳອິດໃນຊ່ວງຕົ້ນປີນີ້ ຫຼືເດືອນມັງກອນ ເຊິ່ງຖືວ່າເປັນໂທລະສັບລຸ້ນໜຶ່ງທີ່ປະສົບຜົນສຳເລັດຢ່າງສູງເລີຍ ໃນແຖບເອເຊຍ ແລະຫຼ້າສຸດນີ້ທາງ Oppo ກໍປະກາດອອກມາຢ່າງເປັນທາງການແລ້ວວ່າຈະເປີດໂຕລຸ້ນສືບທອດຂອງໂທລະສັບລຸ້ນດັ່ງກ່າວ ໂດຍຈະໃຊ້ຊື່ວ່າ Oppo F1s ແລະຈະເປີດໂຕໃນຊ່ວງເດືອນໜ້ານີ້.

ສຳລັບຊີຣີ F ແມ່ນເປັນຊີຣີທີ່ທາງ Oppo ນັ້ນເນັ້ນໄປທີ່ໂຕກ້ອງຂອງໂທລະສັບເປັນຫຼັກ ແລະເບິ່ງຄືວ່າ F1s ກໍຈະບໍ່ແຕກຕ່າງຫຍັງຈາກລຸ້ນອ້າຍໃຫຍ່ແບບ F1 ເລີຍ. ໂດຍອີງຈາກຄຳເວົ້າຂອງ Oppo ທີ່ວ່າ: “ມັນຈະໄດ້ຮັບສືບທອດເລື່ອງການຖ່າຍຮູບທີ່ດີທີ່ສຸດຈາກ F1, ການອອກແບບທີ່ບາງ ແລະປະສິດທິພາບການເຮັດວຽກທີ່ໄວ. ໃນຂະນະດຽວກັນກໍມີການເພີ່ມຄຸນສົມບັດໃໝ່ ແລະ ສິ່ງອື່ນໆທີ່ໃໝ່ກວ່າເກົ່າ”.

ຖືວ່າໜ້າສົນໃຈເລີຍສຳລັບລຸ້ນສືບທອດຂອງ F1 ເພາະລຸ້ນອ້າຍໃຫຍ່ກໍສາມາດເຮັດຍອດຂາຍໄດ້ດີ ແລະເປັນທີ່ນິຍົມກັນແພ່ຫຼາຍເລີຍໃນແຖບເອເຊຍ ເຮົາມາຕິດຕາມເບິ່ງນນຳກັນເລີຍວ່າ F1s ຈະອອກມາດີສ່ຳໃດ ^^. ສ່ວນສະເປັກຂອງ F1s ໃນຕອນນີ້ຍັງບໍ່ມີລາຍລະອຽດໃດໆເທື່ອ ແຕ່ກໍຄາດວ່າຈະໃຊ້ງານຊິບປະມວນຜົນ Snapdragon 652 ຫຼື SD 625 ແລະຄຸນສົມບັດສຳຄັນທີ່ຄາດວ່າ F1s ຈະມີນັ້ນກໍຄືເທັກໂນໂລຢີສາກໄວໂຕໃໝ່ຫຼ້າສຸດແບບ Super VOOC
ທີ່ມາ:gizmochina

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...