Lenovo ເປີດໂຕສະມາດໂຟນລະດັບກາງໃໝ່ຄື Vibe K5 ແລະ K5 Plus

0
226

image

ຕາມທີ່ຄາດເອົາໄວ້ເລີຍວ່າບໍລິສັດ Lenovo ຈາກປະເທດຈີນຕ້ອງມີການເປີດໂຕສະມາດໂຟນລຸ້ນໃໝ່ ແລະມື້ນີ້ເອງກໍໄດ້ເປີດໂຕ Vibe K5 ແລະ K5 Plus ແລ້ວໃນງານ MWC 2016

image

Vibe K5 ແລະ K5 Plus ທັງສອງລຸ້ນນັ້ນແມ່ນຮອງຮັບລະບົບສຽງ Dolby Atmos ແລະມີລຳໂພງສອງອັນ, (ແຕ່ບໍ່ແນ່ໃຈວ່າອັນໜຶ່ງຈະເປັນແບບສະເຕີຣີໂອຫຼືບໍ່). ການອອກແບບຖືວ່າງາມຫຼູຫຼາມີລະດັບ ແລະ ລາຄາຂອງທັງສອງລຸ້ນກໍຖືກຫຼາຍ Vibe K5 ລາຄາແມ່ນ $129 (1.045.000 ກີບ) ແລະ K5 Plus ລາຄາແມ່ນ $149  (1.210.000 ກີບ)

ສຳລັບສະເປັກຂອງ Vibe K5 ແລະ K5 Plus ມີດັ່ງນີ້:

+ ໃຊ້ງານຊິບປະມວນຜົນ Snapdragon 415 ສຳລັັບ Vibe K5

+ ໃຊ້ງານຊິບປະມວນຜົນ Snapdragon 616 ສຳລັບ Vibe K5 Plus

+ ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 720p (HD) ສຳລັບ Vibe K5

+ ໜ້າຈໍຂະໜາດ 5 ນິ້ວ ຄວາມລະອຽດ 1080p (FHD) ສຳລັບ Vibe K5 Plus

– RAM 2GB LPDDR3

– ພື້ນທີ່ຈັດເກັບ 16GB, ສາມາດເພີ່ມ microSD ໄດ້

– ກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ

– ກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ (ໂຟກັດຄົົງທີ່)

– ໃຊ້ໄດ້ 2 ຊິມ, ຮອງຮັບສັນຍານ LTE

– ແບັດເຕີຣີ 2,750mAh

– ໃຊ້ງານລະບົບປະຕິບັດການ Android 5.1 Lollipop

ທີ່ມາ:phonearena