HomeມູມໄອທີລາວLG ເປີດໂຕສະມາດໂຟນເຮືອທຸງ G5 ຢ່າງເປັນທາງການແລ້ວ

LG ເປີດໂຕສະມາດໂຟນເຮືອທຸງ G5 ຢ່າງເປັນທາງການແລ້ວ

Published on

image

ໃນທີ່ສຸດກໍເປີດໂຕກັນຢ່າງເປັນທາງການແລ້ວສຳລັບສະມາດໂຟນເຮືອທຸງລຸ້ນໃໝ່ຈາກບໍລິສັດ LG ນັ້ນກໍຄື LG G5

ສຳລັບສະມາດໂຟນ LG G5 ນີ້ມາພ້ອມກັບຄຸນສົມບັດໃໝ່ຄື “ການປັບປ່ຽນໂມດູນຂອງໂຕເຄືອງໄດ້” (ສາມາດເບິ່ງວີດີໂອຕົວຢ່າງໄດ້ທີ່ຄອມເມັ້ນ ທາງ Facebook), ສຳລັບຄຸນສົມບັດນີ້ຈະເຮັດໃຫ້ເຮົາສາມາດປ່ຽນແບັດເຕີຣີຂອງໂຕເຄື່ອງໄດ້ຢ່າງສະບາຍ ໂດຍບໍ່ຕ້ອງກັງວົົນໃນເລື່ອງການງັດໂຕເຄື່ອງ ເພື່ອມາປ່ຽນແບັດແບບວິທີກ່ອນໆອີກຕໍ່ໄປແລ້ວ!!.

image

  ລວມໄປເຖິງຄຸນສົມບັດດ້ານກ້ອງຄູ່ຂອງ G5 ທີ່ໄດ້ພັດທະນາດ້ານເທັັກໂນໂລຢີໃໝ່ໆເຂົ້າມາເສີມຢູ່ເລື້ອຍໆ, ສຳລັບກ້ອງຄູ່ຂອງ G5 ນີ້ປະກອບໄປດ້ວຍ ກ້ອງ 16 ລ້ານພິກເຊວ ທີ່ມີມຸມກວ້າງຢູ່ທີ່ 78 ອົງສາ ຕາມມາດຕະຖານ ແລະອີກເບື້ອງເປັນກ້ອງ 8 ລ້ານພິກເຊວແຕ່ມີ “ມຸມກວ້າງ 135 ອົງສາ” ເຊິ່ງຖືໄດ້ວ່າເປັນ ຄຸນສົມບັດໃໝ່ຂອງ LG ກໍເວົ້າໄດ້ ແລະຖ້າທຽບກັບກ້ອງສະມາດໂຟນລຸ້ນອື່ນໆແລ້ວກ້ອງຂອງ G5 ແມ່ນມີມຸມກວ້າງຫຼາຍກວ່າ 1.7 ເທົ່າ ແລະ ຫຼາຍກວ່າ 15 ອົງສາທີ່ສາຍຕາຄົນເຮົາສາມາດເບິ່ງໄດ້

image

ໃນດ້ານຂອງຄຸນສົມບັດອື່ນໆທີ່ໜ້າສົນໃຈກໍຄື LG G5 ສາມາດເຊື່ອມຕໍ່ກັບຊຸດຫູຟັງ VR ໄດ້ໂດຍຜ່ານພອຣດ USB Type-C, ອຸປະກອນມີໂຕແປງສັນຍານ aptX HD ເຊິ່ງສາມາດຮອງຮັບສຽງແບບ 24 ບິດໄດ້ ເຊິ່ງຈະເຮັັດໃຫ້ສຽງມີຄຸນນະພາບແລະຊັດເຈນຂຶ້ນກວ່າເກົ່າຜ່ານການເຊື່ອມຕໍ່ແແບບໄຮ້ສາຍ ແລະຍັງລວມໄປເຖິງອຸປະກອນອື່ນໆທີ່ທາງ LG ເປີດໂຕພ້ອມກັນນຳ

ສຳລັບລາຍລະອຽດສະເປັກ LG G5 ຢ່າງເປັນທາງການມີດັ່ງນີ້:

– ໜ້າຈໍຂະໜາດ 5.3 ນິ້ວ (ພື້ນທີ່ໜ້າຈໍຕໍ່ໂຕເຄື່ອງແມ່ນ 70.1℅), ຄວາມລະອຽດ 1440 x 2560 ພິກເຊວ (QHD) ແລະ ໃຊ້ຈໍ IPS LCD 16 ລ້ານສີ

– ໜ້າຈໍຖືກປົກປ້ອງດ້ວຍ Corning Gorilla Glass 4

– ໃຊ້ງານຊິບປະມວນຜົນ Qualcomm MSM8996 Snapdragon 820 ແລະ ຊິບປະມວນຜົນກຣາບຟິກ Adreno 530

– RAM 4GB

– ພື້ນທີ່ຈັດເກັບ 32GB ສາມາດເພີ່ມ MicroSD ໄດ້ (ສູງສຸດ 200 GB)

– ກ້ອງຫຼັງຄວາມລະອຽດ 16 ລ້ານພິກເຊວ (ຮູຮັບແສງ f/1.8) ແລະ 8 ລ້ານພິກເຊວ (ຮູຮັບແສງ f/2.4) ພ້ອມກັບລະບົບໂຟກັດອັດຕະໂນມັດ, ລະບົົບກັນສັ່ນ ແລະ ແຟລັດ LED

– ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ

– ບັນທຶກວີດີໂອແບບ 2160p@30fps, 1080p@60fps, HDR ແລະລະບົົບບັນທຶກສຽງສະເຕີຣີໂອ

– ແບັດເຕີຣີ Li-Ion 2800 mAh (ສາມາດປ່ຽນໄດ້ເອງ) ແລະຮອງຮັບຄວາມສາມາດສາກໄວ 83% ພາຍໃນ 30 ນາທີ (Quick Charge 3.0)

– ຮອງຮັບຄວາມສາມາດສາກໄຮ້ສາຍ

– ໃຊ້ງານລະບົບປະຕິບັດການ Android 6.0 Marshmallow ແລະຄອບດ້ວຍ LG Optimus UX 5.0 UI

– ໃຊ້ງານໄດ້ 2 ຊິມແລະຮອງຮັບສັນຍານ GSM / HSPA / LTE

– ສຳລັບການເຊື່ອມຕໍ່ Wi-Fi 802.11 a/b/g/n/ac, dual-band, Wi-Fi Direct, DLNA, hotspot

– Bluetooth v4.2, A2DP, LE, apt-X, GPS, A-GPS, GLONASS, BDS, NFC

– ພອຣດ USB v3.0, Type-C 1.0

– ຮູບຮ່າງຂອງໂຕເຄື່ອງ 149.4 x 73.9 x 7.7 ມມ ແລະໜັກ 158 ກຣາມ

image

  ສຳລັບມື້ວາງຈຳໜ່າຍຄົງຈະເປັນເດືອນພຶດສະພາ ສ່ວນລາຄາຍັງບໍ່ມີການປະກາດອອກມາຢ່າງເປັນທາງການໃດໆ

ທີ່ມາ:1,2

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...