Huawei ກຳລັງພັດທະນາ OS ຂອງຕົນເອງ!! ດ້ວຍອະດີດທີມວິສະວະກອນຈາກ Nokia

1
1766

ສຳລັບ Huawei ແລ້ວຖືວ່າເປັນບໍລິສັດໜຶ່ງໃນໂລກທີ່ມີຊື່ສຽງໂດ່ງດັງຫຼາຍທາງດ້ານການສື່ສານ ລວມເຖິງຕະຫຼາດສະມາດໂຟນທີ່ຕອນນີ້ແມ່ນຢູ່ໃນອັນດັບ 3 ຂອງໂລກ. ໂດຍສ່ວນໃຫຍ່ແລ້ວໂທລະສັບແຕ່ລະລຸ້ນຈາກຫົວເຫວີ່ຍນັ້ນແມ່ນໃຊ້ງານລະບົບ Android ຈາກ Google ເປັນຫຼັກ ແຕ່ກໍໄດ້ມີການປັບແຕ່ງລະບົບ ແລະສ່ວນຕ່າງໆດ້ວຍ EmotionUI ທີ່ພັດທະນາຂຶ້ນມາເອງ.

image

ອີງຕາມລາຍງານຫຼ້າສຸດຈາກ The information ທີ່ໃຫ້ຂໍ້ມູນວ່າ ປະທານຝ່າຍອອກແບບຂອງຫົວເຫວີ່ຍ Abigail Brody ທີ່ເປັນອະດີດທີມອອກແບບຈາກ Apple ທີ່ໃນຕອນນີ້ແມ່ນອອກແບບໜ້າຕາ EMUI ໃຫ້ກັບຫົວເຫວີ່ຍຢູ່, ໄດ້ໃຫ້ຂໍ້ມູນວ່າຕອນນີ້ທາງ Huawei ກຳລັງພັດທະນາລະບົບ OS ທີ່ເປັນຂອງຫົວເຫວີ່ຍເອງຂຶ້ນມາ ໂດຍມີອະດີດທີມວິສະວະກອນຈາກໂນເກຍ ເປັນສ່ວນໜຶ່ງຂອງທີມງານຫົວເຫວີ່ຍໃນຕອນນີ້. ສ່ວນເຫດຜົນທີ່ຕ້ອງພັດທະນາລະບົບ OS ຂອງຕົນເອງຂຶ້ນມາກໍເພື່ອເປັນແຜນສຳຮອງໃນອະນາຄົດທີ່ທາງ Google ອາດຈະຢຸດໃຫ້ການສະໜັບສະໜຸນລະບົບ Android ຫຼືອີກປັດໄຈໜຶ່ງກໍອາດເປັນທາງຫົວເຫວີ່ຍເອງທີ່ຕ້ອງການແຍກໂຕອອກຈາກ Google ແລ້ວຫັນມາໃຊ້ລະບົບຂອງຕົນເອງ.

ທີ່ມາ:phonearena,Deklao

1 COMMENT

Comments are closed.