spot_img
HomeມູມໄອທີລາວHonor ປ່ອຍຮູບບັດເຊີນງານເປີດໂຕ Note 8 ໃນວັນທີ 1 ສິງຫານີ້

Honor ປ່ອຍຮູບບັດເຊີນງານເປີດໂຕ Note 8 ໃນວັນທີ 1 ສິງຫານີ້

Published on

Honor Note 8 ຫຼືກ່ອນໜ້ານີ້ທີ່ເຮົາຄຶດກັນວ່າລຸ້ນນີ້ແມ່ນລຸ້ນ Honor 8 Max ກ່ອນທີ່ຈະຮູ້ວ່າເປັນ Honor Note 8 ກໍເພາະໄຟລ໌ພາບເຄື່ອນໄຫວ GIF ທີ່ທາງບໍລິສັດປ່ອຍອອກມາ. ໃນມື້ນີ້ເອງບໍລິສັດກໍປ່ອຍຮູບບັດເຊີນຮ່ວມງານເປີດໂຕໂທລະສັບລຸ້ນດັ່ງກ່າວອອກມາແລ້ວ ໂດຍຈະເປີດໂຕຢ່າງເປັນທາງການໃນວັນທີ 1 ສິງຫາ ທີ່ຈະມາຮອດນີ້. 

ສ່ວນທາງດ້ານສະເປັກຂອງ Honor Note 8 ທີ່ຮູ້ກັນໃນຕອນນີ້ກໍຄື: ໜ້າຈໍຂະໜາດ 6.6 ນິ້ວ, ຄວາມລະອຽດ 2K (ຕາມຮູບດ້ານເທິງ) ພ້ອມກັບຊິບປະມວນຜົນ Kirin 950 ແລະຍັງມີອີກລຸ້ນໜຶ່ງທີ່ໃຊ້ຊິບ Kirin 955 ນຳ. ໜ່ວຍຄວາມຈຳຈະມີ 2 ລຸ້ນຄື: RAM 3GB, ROM 32GB ແລະ RAM 4GB, ROM 64GB. ທາງດ້ານຫຼັງໂຕເຄື່ອງຈະມີເຊັນເຊີ້ສະແກນນິ້ວມືຕິດຕັ້ງຢູ່ນຳ.

ນອກຈາກນີ້ Honor Note 8 ຍັງຕິດຕັ້ງກ້ອງຫຼັງຄວາມລະອຽດ 13 ລ້ານພິກເຊວ ພ້ອມແຟລັດ LED ແລະກ້ອງໜ້າ 8 ລ້ານພິກເຊວ. ໂດຍຍັງມາພ້ອມກັບພອຣ໌ດ USB Type-C ແລະແບັດເຕີຣີຂະໜາດ 4400mAh ຮອງຮັບລະບົບສາກໄວອີກນຳ.

ທີ່ມາ:gizmochina

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...