spot_img
Homeນານາສາລະໝາກມັງກອນ ຊ່ວຍຫຼຸດນໍ້າໜັກໄດ້ດີ

ໝາກມັງກອນ ຊ່ວຍຫຼຸດນໍ້າໜັກໄດ້ດີ

Published on

ໝາກມັງກອນ ເປັນໝາກໄມ້ທີ່ມີວິຕາມິນຊີ, ໂປຣຕີນ, ແຄວຊຽ, ຟອສຟໍຣັດ ເຊິ່ງສາເຫດທີ່ມັງກອນ ເປັນໝາກໄມ້ທີ່ສາມາດຊ່ວຍຫຼຸດນໍ້າໜັກເພາະຊ່ວຍເລື່ອງການຂັບຖ່າຍໄດ້ດີ ແລະຍັງໃຫ້ພະລັງງານຕໍ່ ສາວໆຈຶ່ງບໍ່ຕ້ອງຢ້ານທີ່ຈະຕຸ້ຍ

ຄວາມນິຍົມໃນການກິນໝາກມັງກອນເພື່ອຫຼຸດນໍ້າໜັກ ອີກສາເຫດໜຶ່ງເພາະຄຸນປະໂຍດຂອງແກ່ນດຳນ້ອຍໆໃນໝາກມັງກອນ ຊ່ວຍເຮັດໜ້າທີ່ໃນການກຳຈັດໄຂມັນຊະນິດທີ່ບໍ່ດີອອກຈາກຮ່າງກາຍໄດ້ ແລະຍັງຊ່ວຍປັບຄວາມສົມດູນໃຫ້ກັບແບັກທີເລຍໃນລຳໄສ້, ຊ່ວຍກຳຈັດສານພິດທີ່ຕົກຄ້າງໃນລຳໄສ້ ດັ່ງນັ້ນ, ຈຶ່ງຫຼຸດອາການເຈັບປ່ວຍ ຈາກລະບົບລຳໄສ້ໄດ້ເຊັ່ນ: ອາການທ້ອງຜູກ, ມະເຮັງລຳໄສ້ ຫຼຸດໂອກາດເກີດພະຍາດ ເພາະຖ້າມີການຂັບຖ່າຍເປັນປົກກະຕິ, ມີການລ້າງພິດອອກຈາກລຳໄສ້ຕະຫຼອດ ດ້ວຍການກິນອາຫານທີ່ຖືກຕ້ອງ, ພະຍາດຕ່າງໆກໍຈະເກີດກັບເຮົາໄດ້ໜ້ອຍລົງ ຫຼືປະເພດພະຍາດທີ່ເກີດຈາກຄວາມອ້ວນເຊັ່ນ ເບົາຫວານ, ຄວາມດັນເລືອດສູງ ໝາກມັງກອນ ກໍເປັນໝາກໄມ້ຊະນິດໜຶ່ງທີ່ສາມາດບັນເທົາອາການລົງໄດ້

ແນວໃດກໍຕາມສຳລັບການກິນມັງກອນຫຼຸດຄວາມອ້ວນ ຄວນກິນໃນປະລິມານທີ່ເໝາະສົມ ບໍ່ຫຼາຍຈົນເກີນໄປ, ບໍ່ຄວນກິນແຕ່ພຽງໝາກໄມ້ຊະນິດດຽວເທົ່ານັ້ນ ຄວນກິນໝາກໄມ້ຫຼາຍໆປະເພດ ທີ່ມີນໍ້າຕານໜ້ອຍ, ແຄລໍລີ່ຕໍ່າ, ຮັກສຸຂະພາບດ້ວຍການອອກກຳລັງກາຍ, ມີອາລົມທີ່ບໍ່ຕຶງຄຽດ, ແນ່ນອນວ່າ ນອກຈາກຈະຊ່ວຍຫຼຸດນໍ້າໜັກ, ຫຼຸດໄຂມັນໄດ້ແລ້ວ ຍັງຊ່ວຍອ່ອນກ່ອນໄວໄດ້

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...