spot_img
Homeເກັບຕົກ-ເລື່ອງແປກໄວໜຸ່ມຊຽງໄຮ້ ນິຍົມສັກແຂ້ວ ແພດອອກເຕືອນເຖິງອັນຕະລາຍ

ໄວໜຸ່ມຊຽງໄຮ້ ນິຍົມສັກແຂ້ວ ແພດອອກເຕືອນເຖິງອັນຕະລາຍ

Published on

557000008531701

 

ແພດຈີນອອກເຕືອນ ການສັກແຂ້ວ ເຮັດໃຫ້ແຂ້ວເສຍຫາຍຖືກທຳລາຍ ບໍ່ຄຸ້ມຄ່າຕໍ່ສຸຂະພາບແຂ້ວ

ແລະ ບໍ່ຄວນຮິດຕາມກະແສ ຫຼັງໄວໜຸ່ມນະຄອນຊຽງໄຮ້ ນິຍົມຈ່າຍເງິນສັກແຂ້ວໜ້າ ເປັນແຟຊັ້ນ

ໃໝ່ໃນຈີນ.

 

ສື່ຊັ່ງໄຫ່ ໄດລີ່ ຂອງຈີນ ລາຍງານເມື່ອວັນທີ 21 ກໍລະກົດ ອອກຄຳເຕືອນຂອງຜູ້ຊ່ຽວຊານການແພດ

ເຖິງຄວາມສ່ຽງຂອງການສັກແຂ້ວເປັນຮູບພາບຕ່າງໆ ຫຼັງຈາກມີກະແສນິຍົມເກີດຂຶ້ນໃໝ່ໃນຊຽງ

ໄຮ້.  ລາຍງານໄດ້ກ່າວວ່າ ການສັກແຂ້ວເລີ່ມເປັນທີ່ນິຍົໃນໝູ່ຄົນມັກແຟຊັ້ນແປກໆແຫວກແນວ

ໃນປະເທດສະຫະລັດອາເມລິກາ ແລະ ຍີ່ປຸ່ນມາຫຼາຍສິບປີແລ້ວ ເຊິ່ງລ່າສຸດໄດ້ມາລະບາດຢູ່ທີ່ຊຽງໄຮ້

ປະເທດຈີນ ໃນຂະນະທີ່ລາຄາຂອງການສັກແຂ້ວ ແມ່ນມີຕັ້ງແຕ່ 75 ໂດລາ ໄປຈົນເຖິງ 200 ໂດລາ

ຕໍ່ແຂ້ວໜຶ່ງເຫຼັ້ມ.

 

ທ່ານ ຊູ່ ໄປ່ຫວາ ປະທານສະຖານພະຍາບານຄວາມງາມ ກ່າວກັບສື່ຊັ່ງໄຫ່ ໄດລີ່ວ່າ ທັນຕະແພດມັກ

ຈະໄດ້ຮັບການຮ້ອງຂໍຈາກໄວລຸ້ນ ໃຫ້ສັກແຂ້ວໜ້າຂອງເຂົາ ເຖິງແມ່ນວ່າເຕັກນິກໃນການສັກຈະບໍ່

ຫຍຸ້ງຍາກ ແຕ່ແພດກໍຈະເຕືອນວ່າບໍ່ໃຫ້ສັກ ພ້ອມທັງອະທິບາຍເຖິງຄວາມສ່ຽງທີ່ຈະເຮັດໃຫ້ແຂ້ວ

ເສຍຫາຍຖືກທຳລາຍ ຕະຫຼອດຮອດການພິມຮູບພາບຕ່າງໆເທິງຜິວແຂ້ວ ກໍອາດຈະເຮັດໃຫ້ເກີດ

ອາການແພ້ ແລະ ການສັກແຂ້ວໂດຍການເຈາະຊັ້ນຜິວເຄືອບແຂ້ວນັ້ນ ກໍເປັນການທຳລາຍແຂ້ວ

ໂດຍກົງ.

 

ທ່ານ ຝູ ຟູ່ເກິນ ຜູ້ອຳນວຍການໂຮງໝໍແຂ້ວກ່າວວ່າ ບໍ່ສະໜັບສະໜູນແຟຊັ້ນການສັກແຂ້ວຂອງ

ໄວໜຸ່ມໃນປະຈຸບັນ, ແຕ່ເຖິງຢ່າງໃດກໍຕາມ ຍັງຄົງມີຄລີນັກທັນຕະກຳ ຫຼື ຄລີນິກສັນຍະກຳບາງແຫ່ງ

ຍັງຄົງເປີດດໃຫ້ບໍລິການສັກແຂ້ວຢູ່ ໂດຍບໍ່ສົນໃຈຕໍ່ກັບຄຳແຈ້ງເຕືອນດັ່ງກ່າວແຕ່ຢ່າງໃດ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...