spot_img
Homeຂ່າວທ້ອງຖິ່ນໄຟຟ້າເລີ່ມຄິດໄລ່ 2 ຂັ້ນໃຫ້ກັບຜູ້ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນ

ໄຟຟ້າເລີ່ມຄິດໄລ່ 2 ຂັ້ນໃຫ້ກັບຜູ້ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນ

Published on

ຕາມການແຈ້ງການຂອງລັດວິສາຫະກິດໄຟຟ້າລາວ ເມື່ອເດືອນທີ່ຜ່ານມາ ກ່ຽວກັບການຄິດໄລ່ຄ່າໄຟຟ້າແບບໃໝ່ ຫຼັງຈາກມີກະແສທັກທ້ວງຈາກປະຊາຊົນ.

ມີຜູ້ໃຊ້ໄຟຟ້າຄອບຄົວໜຶ່ງເປີດເຜີຍບິນຄ່າໄຟຟ້າ ທີ່ອອກບິນໃນເດືອນ ສິງຫາ ກໍ່ເຫັນວ່າຄ່າໄຟຟ້ານັ້ນຫຼດລົງຈາກເດືອນທີ່ຜ່ານມາພໍສົມຄວນ ເມືອສັງເກດກໍ່ພົບວ່າ ທາງໄຟຟ້າ ໄດ້ມີການຄິດໄລ່ແບບ 2 ຂັ້ນໃຫ້ກັບຜູ້ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນແລ້ວ. ນອກຈາກນີ້, ການຫຼຸດຄ່າໄຟຟ້າໃນບິນເດືອນ 06 ກໍ່ຄິດໄລ່ແທນຄືນໃນເດືອນ 08 ເຊັ່ນດຽວກັນ

ການດັດປັບລາຄາໄຟຟ້ານີ້ແມ່ນໜື່ງທີ່ນອນໃນການຈັດຕັ້ງປະຕິບັດມາດຕະການຫຼຸດຜ່ອນຜົນກະທົບຈາກວິກິດການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ແລະ ສປປ ລາວ ຂອງລັດຖະບານ.

  • ການຫຼຸດຄ່າໄຟຟ້າໃນບິນເດືອນ 05 ຈະຄິດໄລ່ແທນຄືນໃນບິນເດືອນ 07
  • ການຫຼຸດຄ່າໄຟຟ້າໃນບິນເດືອນ 06 ຈະຄິດໄລ່ແທນຄືນໃນບິນເດືອນ 08
  • ການຫຼຸດຄ່າໄຟຟ້າໃນບິນເດືອນ 07 ຈະຄິດໄລ່ແທນຄືນໃນບິນເດືອນ 09
  • ຜູ້ທີ່ມີເງື່ອນໄຂໄດ້ຮັບສ່ວນຫຼຸດແມ່ນກຸ່ມຜູ້ໃຊ້ໄຟຟ້າ 462 ກິໂລວັດໂມງ/ເດືອນຂຶ້ນໄປ ແຕ່ກຸ່ມນີ້ຈະໃຊ້ສຸດຄິດໄລ່ແຕ່ຂັ້ນດຽວຄືເອົາທັງໝົດມາຄຸນ 710 ກີບ ເປັນມູນຄ່າການໃຊ້ໄຟຟ້າໃນເດືອນ ຈະບໍ່ມີການຫັກ 150 ກິໂລວັດໂມງທຳອິດ.
  • ສຳລັບຜູ້ທີ່ໃຊ້ໄຟຟ້າແຕ່ 0-461 ກິໂລວັດໂມງ/ເດືອນ ແມ່ນຈະບໍ່ໄດ້ຮັບສ່ວນຫຼຸດຄ່າໄຟຟ້າ ແຕ່ຈະຄິດໄລ່ເປັນ 2 ຂັ້ນຄື: ຈະມີການຫັກ 150 ກິໂລວັດໂມງທຳອິດ ຄູນໃຫ້ 355ກີບ ສ່ວນພະລັງງານທີ່ເຫຼືອແມ່ນຄູນໃຫ້ 710ກີບ ແລ້ວເອົາທັງສອງບວກເຂົ້າກັນເປັນມູນຄ່າການໃຊ້ໄຟຟ້າໃນເດືອນນັ້ນ.
  • ການຄິດໄລ່ແບບໃໝ່ເປັນ 2 ຂັ້ນແມ່ນຈະເລີ່ມແຕ່ເດືອນ ສິງຫາ ຫາເດືອນ ທັນວາ 2020.

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...