spot_img
Homeຂ່າວພາຍ​ໃນໄຟຟ້າລາວຊະນະສະຫວັນໄປແບບຫວຸດຫວິດ3-2

ໄຟຟ້າລາວຊະນະສະຫວັນໄປແບບຫວຸດຫວິດ3-2

Published on

ການແຂ່ງຂັນລາວພຣີເມຍລີກ 2015 ໃນອາທິດນີ້ ກ້າວເຂົ້າສູ່ອາທິດທີ 10 ຂອງການແຂ່ງຂັນ ເຊິ່ງແຂ່ງຂັນໃນວັນອາທິດ 10 ພຶດສະພາ ເວລາ 17:00 ສະໂມສອນ ໄຟຟ້າລາວ ພົບ ສະໂມສອນ ສະຫວັນ ແຂ່ງຂັນຢູ່ທີ່ສະຫນາມສະໂມສອນ ລ້ານຊ້າງຢູໄນເຕັດ ບ້ານຫນອງໄຮ

11020261_1604610396423146_2019615606926394249_n

ໃນເຄີ່ງເວລາທຳອິດ ສະໂມສອນ ໄຟຟ້າລາວ ຂື້ນນຳກ່ອນ 2-0 ໃນນາທີທີ່ 22 ແລະ ນາທີທີ່ 45ໂດຍການຍິງຂອງ BURNEL OKANA

11036447_1604636199753899_44574454575533152_n

ໃນເຄີ່ງເວລາທີ 2 ທັງສອງສະໂມສອນຫຼີ້ນບານກັນຢ່າງດຸເດືອດແລະໃນນາທີທີ່ 63 ສະໂມສອນ ສະຫວັນ ກໍ່ຕີໄຂ່ແຕກໂດຍການຍິງຂອງ SOUMAH IDRISSA ເຮັດໃຫ້ຖືກສະໂມສອນ ໄຟຟ້າລາວນຳຢູ່ 2-1 ປະຕູ

11020261_1604610396423146_2019615606926394249_n

ກ່ອນທີ່ຈະໝົດເວລາຍັງອີກ 6 ນາທີສຸດທ້າຍສະໂມສອນສະຫວັນກໍ່ຕີສະເໝີໄດ້ໂດຍການຍິງຂອງ BOUNPHACHAN BOUNKONG ໃນນາທີທີ່ 84 ເຮັດໃຫ້ສະເໝີກັນ 2-2 ແຕ່ໃນຄວາມດີໃຈຢູ່ນັ້ນເຮັດໃຫ້ສະໂມສອນ ສະຫວັນ ພາດທ່າໃຫ້ກັບ ໄຟຟ້າລາວ ເຮັດໃຫ້ BURNEL OKANA ຍິງເຂົ້າໄປໃນນາທີທີ່ 85 ເຮັດແຮັດທຣິກໄດ້ສຳເລັດ

10300020_1468607883430369_7565106879481419071_n

ຈົບເກມການແຂ່ງຂັນສະໂມສອນ ໄຟຟ້າລາວ ເອົາຊະນະ ສະໂມສອນ ສະຫວັນໄປໄດ້ 3-2 ປະຕູ ເຮັດໃຫ້ ໄຟຟ້າລາວ ຍ້າຍອັນດັບມາຢູ່ທີ 5 ຂອງຕາຕະລາງ ມີຢູ່ 10 ຄະແນນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...