spot_img
Homeຂ່າວຕ່າງປະເທດໄຂ້ຫວັດສັດປີກ ລະບາດໜັກທີ່ຍີ່ປຸ່ນ

ໄຂ້ຫວັດສັດປີກ ລະບາດໜັກທີ່ຍີ່ປຸ່ນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອວັນທີ 18 ທັນວາ ວ່າ. ກະຊວງກະສິກຳຂອງຍີ່ປຸ່ນລາຍງານເມື່ອເຊົ້າວັນອາທິດ (ມື້ນີ້)ວ່າ ເຈົ້າໜ້າທີ່ສາທາລະນະສຸກເລີ່ມໃຊ້ມາດຕະການກຳຈັດສັດປີກໄປແລ້ວທັງໝົດ 12 ລ້ານໂຕນັບແຕ່ຕົ້ນປີນີ້ ແລະ ຈະກຳຈັດສັດປີກອີກປະມານ 210,000 ໂຕ ຕາມຟາມລ້ຽງໄກ້ຫຼາຍແຫ່ງໃນແຂວງ ຮອກໄກໂດ ເພື່ອຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສໄຂຫວັດສາຍພັນ ເອຊ 5 ໂດຍການປະຕິບັດການກຳຈັດສັດປີກໃນເທື່ອນີ້ ຖືເປັນເທື່ອທີ 5 ແລ້ວໃນປີນີ້ ແລະ ເກີດຂຶ້ນພຽງ 1 ອາທິດຫຼັງການຂ້າໄກ່ກວ່າ 550,000 ໂຕ ໃນແຂວງ ນິງາຕະ ແລະ ເປັນອີກ 23,000 ໂຕ ໃນແຂວງອາໂອໂມຣິ ຢູ່ທີ່ເກາະຮອນຊູ ທາງພາກໃຕ້ຂອງເກະຮອກໄກໂດ

ຂະນະດຽວກັນ ເຈົ້າໜ້າທີ່ແຂວງ ຮອກໄກໂດໄດ້ປະກາດຄຳສັ່ງຫ້າມເຄື່ອນຍ້າຍສັດປີກ ແລະ ຜະລິດຕະພັນຈາກສັດປີກ ໃນບໍລິເວນໃກ້ກັບຟາມທີ່ສົງໃສວ່າມີການແຜ່ລະບາດຂອງເຊື້ອໄຂ້ຫວັດສັດປີກ ພ້ອມທັງລະດົມກຳລັງເຈົ້າໜ້າທີ່ສີດພົ່ນຢາຂ້າເຊື້ອຕາມຖໜົນທຸກສາຍທີ່ຢູ່ບໍລິເວນຟາມສັດປີກທຸກແຫ່ງພາຍໃນແຂວງ

ຂ່າວຈາກ: http://www.dailynews.co.th/foreign/543469
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...