ໃຫ້ກຳລັງໃຈກຸ່ມແລ່ນແຕ່ໃຕ້ຮອດເໜືອ ເພື່ອລະດົມທຶນຊ່ວຍໂຮງໝໍ

ນັກແລ່ນກຸ່ມໜຶ່ງໄດ້ມີການຈັດການແລ່ນການກຸສົນຈາກແຂວງໃຕ້ສຸດ ເຖິງ ເໜືອສຸດຂອງລາວ ເພື່ອລະດົມທຶນ ຊ່ວຍເຫຼືອໂຮງໝໍເດັກ ແຂວງ ຫຼວງພະບາງ ແລະ ໂຮງໝໍ ແຂວງ ອັດຕະປື. ການແລ່ນຈະເລີ່ມແຕ່ ແຂວງ ອັດຕະປື ຈົນເຖິງແຂວງ ຜົ້ງສາລີ ລວມໄລຍະທາງ 1,569 ກິໂລແມັດ ພາຍໃນ 16​ ມື້ (ແຕ່ວັນທີ 7 ຫາ 26 ຕຸລາ 2018). ທ່ານສາມາດຮ່ວມໃຫ້ກຳລັງໃຈກັບນັກແລ່ນກຸ່ມນີ້ໄດ້ ໂດຍຜ່ານການບໍລິຈາກ ແລະ ເຂົ້າຮ່ວມແລ່ນເປັນກຳລັງໃຈ ຕາມຈຸດຕ່າງໆ.

ບໍລິສັດ ຫ້າງຮ້ານ ທີ່ສົນໃຈ ໃຫ້ການສະໜັບສະໜູນ ຫຼື ບັນດາທ່ານທີ່ມີຈຸດປະສົງຮ່ວມບໍລິຈາກຜ່ານກິດຈະກຳ ແລ່ນການກຸສົນ ແຕ່ ອັດຕະປື-ຜົ້ງສາລີ 1,569 ກມ ເພື່ອລະດົມທືນຊື້ອຸປະກອນ ການແພດໃຫ້ກັບໂຮງໝໍເດັກ ເພື່ອນລາວ ແຂວງ ຫຼວງພະບາງ ທີ່ໃຫ້ການປິ່ນປົວ ເດັກນ້ອຍ ແຂວງ ຫຼວງພະບາງ ແລະ ແຂວງອື່ນໆທາງພາກເໜືອຂອງລາວ ໂດຍບໍ່ໄດ້ຫັກຄ່າໃຊ້ຈ່າຍໃດໆ ແລະ ຊື້ອຸປະກອນການແພດ ໃຫ້ໜ່ວຍງານແມ່ແລະເດັກ ສຳລັບໂຮງໝໍ ແຂວງອັດຕະປື ຄັ້ງນີ້ ສາມາດຕິດຕໍ່ມາຫາທີມງານ S2N ໄດ້ທີ່
1.) ນາງ ມະນີໄລ 020 5659 9494
2.) ວັນເພັງ ສຸດທິຈັກ 020 5232 6653

ແຫຼ່ງຂ່າວ: ເຟສບຸກ S2N, ຮູບພາບປະກອບ: craigpoythressfoundation.org