Homeຂ່າວຕ່າງປະເທດແຈັກ ຫມ່າ ກະກຽມຈະວາງມືຈາກ ອະລີບາບາ (ALIBABA) 

ແຈັກ ຫມ່າ ກະກຽມຈະວາງມືຈາກ ອະລີບາບາ (ALIBABA) 

Published on

ແຈັກ ຫມ່າ ຈະວາງມືຈາກຕຳແໜ່ງປະທານບໍລິຫານຂອງ Alibaba ເພື່ອອຸທິດຕົນເອງໃຫ້ກັບການເຮັດວຽກເພື່ອສັງຄົມ ແຕ່ທາງບໍລິສັດ ອະລີບາບາໄດ້ ອອກໃຫ້ການວ່າຂ່າວທີ່ແຈັກ ຫມ່າ ຈະກະສຽນ ຫຼື ລາອອກ ໃນປະຈຸບັນ ແມ່ນບໍ່ເປັນຄວາມຈິງ.

ແຈັກ ຫມ່າ ກະກຽມຈະລາຈາກຕຳແໜ່ງປະທານບໍລິຫານຂອງກຸ່ມບໍລິສັດ Alibaba,​  ໃນວັນທີ 10 ກັນຍາ 2019, ເຊິ່ງເປັນວັນຄ້າຍວັນເກີດຄົບຮອບອາຍຸ 54 ປີ ຂອງລາວເອງ ແລະ ເປັນວັນພັກລັດຖະການຂອງຈີນເນື່ອງໃນວັນຄູອີກດ້ວຍ. ແຈັກ ຫມ່າ ໄດ້ວາງແຜນເລື່ອງນີ້ມາໄລຍະໜຶ່ງແລ້ວ ແລະ ການລາອອກຈາກຕຳແໜ່ງສູງສຸດໃນ Alibaba ກໍບໍ່ແມ່ນຈຸດຈົບຂອງບໍລິສັດ ແຕ່ຈະເປັນການກ້າວເຂົ້າສູ່ຍຸກໃໝ່ຂອງ Alibaba ທີ່ລາວ ແລະ ໝູ່ຂອງລາວ (ນາງ ລູຊີ່ ເຜີງ) ຮ່ວມກັນກໍ່ຕັ້ງມາແຕ່ປີ 2001. Alibaba ເປັນບໍລິສັດທີ່ປະກອບທຸລະກິດຫຼາຍປະເພດ ລວມທັງການຄ້າທາງອີເລກໂຕຣນິກ (E-Commerce), ຄ້າຍ່ອຍ, ເອໄອ ແລະ ເຕັກໂນໂລຢີຂ້າມຊາດຂອງຈີນ.

ຂະນະດຽວກັນລາວຍັງເຜີຍເຖິງຊີວິດຂອງລາວພາຍຫຼັງກະສຽນຈາກ Alibaba ຈາກທີ່ລາວໄດ້ມີໂອກາດສຶກສາຄົ້ນຄ້ວາ ແລະ ຮຽນຮູ້ຫຼາຍຢ່າງຈາກຕົ້ນແບບ Bill Gates, ໜຶ່ງໃນຜູ້ຮ່ວມກໍ່ຕັ້ງອະນາຈັກ Microsoft ແລະ ຫັນເອົາມານຳໃຊ້ໃນວີຖີທາງຂອງຕົນ  ແຈັກ ຫມ່າ ກ່າວວ່າ ເມື່ອກິດຈະການຢູ່ຕົວ ກໍອາດຈະກັບໄປສອນຫນັງສືຄືເກົ່າກໍ່ໄດ້ ເພາະກ່ອນທີ່ ແຈັກ ຫມ່າ ຈະກ້າວເຂົ້າສູ່ວົງການທຸລະກິດ ລາວເຄີຍເປັນຄູສອນພາສາອັງກິດມາກ່ອນ. ແຈັກ ຫມ່າ ຍັງໄດ້ກ່າວຕື່ມອີກວ່າ ເຸຖິງແມ່ນວ່າຄວາມລໍ້າລວຍນັ້ນບໍ່ອາດຈະສູ້ Bill Gates ໄດ້ແຕ່ມີສິ່ງຫນື່ງທີ່ລາວເຊື່ອວ່າສາມາດເຮັດໄດ້ດີກວ່າ ນັ້ນກໍຄືການກະສຽນອາຍຸທີ່ໄວຂື້ນ.

ການກຽມວາງມືຈາກ Alibaba ຂອງ ແຈັກ ຫມ່າ ເກີດຂື້ນທ່າມກາງສະພາບແວດລ້ອມທາງທຸລະກິດໃນຈີນ ທີ່ກຳລັງປ່ຽນແປງຢ່າງຊັດເຈນ ໃນຍຸກການປົກຄອງຂອງປະທານາທິບໍດີ ສີ ຈິ້ນ ຜິງ, ທີ່ມີນະໂຍບາຍໃຫ້ຄວາມສຳຄັນກັບອຸດສາຫະກຳ ແລະ ເຕັກໂນໂລຊີດ້ານຂໍ້ມູນຂ່າວສານໃຫ້ຫຼາຍຂື້ນ ຕາມຍຸດທະສາດ Made in China 2025 ໂດຍລັດຖະບານກາງ ແລະ ຫນ່ວຍງານລັດວິສາຫະກິດ ຈະເພີ່ມການລົງທຶນ ໃນອົງກອນເສດຖະກິດຫຼາຍໆແຫ່ງໃຫ້ຫຼາຍຂື້ນ. ຢ່າງໃດກໍຕາມ, ເສດຖະກິດຂອງຈີນຍັງບໍ່ຂະຫຍາຍຕົວຕາມເປົ້າໝາຍທີ່ວາງໄວ້, ປະລິມານໜີ້ສາທາລະນະຍັງຄົງສູງ ແລະ ຄວາມຂັດແຍ່ງທາງດ້ານການຄ້າກັບສະຫະລັດຍັງຄົງຮຸນແຮງ.

https://www.facebook.com/scmp/posts/10156612153814820

ດ້ານຂອງກຸ່ມບໍລິສັດ Alibaba ໄດ້ລາຍງານວ່າ ແຈັກ ຫມ່າ ຍັງຄົງດຳລົງຕຳແໜ່ງປະທານຝ່າຍບໍລິຫານຂອງບໍລິສັດ Alibaba ຕໍ່ໄປ ແລະ ໃນອີກ 12 ເດືອນຕໍ່ຈາກນີ້ ຜູ້ທີ່ຈະກ້າວຂື້ນມາສູ່ຕຳແຫນ່ງແທນ ແຈັກ ຫມ່າ ແມ່ນ ແດນຽນ ຈາງ ທີ່ປະຈຸບັນດຳລົງຕຳແຫນ່ງ CEO ຂອງ  Alibaba. ໃນຊ່ວງເວລາຕໍ່ຈາກນີ້ ທັງສອງແມ່ນຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ການຖ່າຍໂອນຕຳແຫນ່ງນີ້ມີຄວາມລາບລື່ນໄປດ້ວຍດີ.

 

 

 

ແຫລ່ງຂ່າວຕ່າງປະເທດ: TDN

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...