ໂທລະພາບແຫ່ງຊາດລາວ​ ມີບົດບາດສຳຄັນໃນການ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່​ສັງຄົມ​

ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ 13 ສິງຫາ ທ່ານ ບຸນເຈົ້າ ພິຈິດ ອຳນວຍການໂທລະພາບແຫ່ງຊາດລາວ

ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວວ່າ: ໂທລະພາບ​ເປັນສື່ເອເລັກໂຕຣນິກປະເພດໜຶ່ງທີ່ໄດ້ຮັບການກໍ່ສ້າງ

ແລະ ພັດທະນາມາ ຂະຫຍາຍຕົວໄວພໍສົມຄວນ, ຊຶ່ງມາຮອດປັດຈຸບັນທົ່ວປະເທດມີສະຖານີທັງໝົດ 35 ແຫ່ງ,

ໃນນີ້ມີໂທລະພາບແຫ່ງຊາດ 2 ແຫ່ງ (ທຊລ 1 ແລະ ທຊລ 3), ມີ​ສະຖານີ​ພາກ 2 ແຫ່ງ ( ຫລວງ​ພະ​ບາງ ​ແລະ ຈຳ​ປາ

​ສັກ), ສະຖານີ​ໂທລະພາບ ປກສ ​ແລະ ສະຖານີ​ເອກະ​ຊົນ​ອີກ 3 ແຫ່ງ (ລາວ​ສະຕາ, ເອັມວີ​ລາວ, ທີ​ວີ​ລາວ), ສະຖານີ

ຂອງ​ແຂວງ 17 ແຫ່ງ ແລະ ເມືອງ​ອີກ 9 ແຫ່ງຄື: ວຽງ​​ໄຊ, ຫົວ​ເມືອງ, ຊຳ​ໃຕ້, ​ເມືອງ​​ແອດ, ສົບ​ຮາວ, ຊຽງ​ຄໍ້, ວຽງ​ທອງ,

​ເຊ​ໂປ​ນ, ຄຳ​ເກີດ ​ແລະ ​ເມືອງ​ໂຂງ.

 

ມາ​ຮອດ​ປັດຈຸບັນ​ນີ້, ເຫັນ​ວ່າ​ໂທລະພາບ​ແຫ່ງ​ຊາດ​ລາວ​ມີ​ການ​ເຕີບ​​ໃຫຍ່​ຂະຫຍາຍຕົວ ແຂງແຮງສົມຄວນ​​ເມື່ອ​ທຽບ

​ໃສ່​ຂະ​ແໜງ​ການ​ອື່ນ ແລະ ​ຕໍ່ໜ້າ​ນີ້​ຈະ​ເພີ່ມສະຖານຂຶ້ນອີກ 2 ແຫ່ງຢູ່​ແຂວງ​ອຸດົມ​ໄຊ ແລະ ແຂວງສະ ຫວັນ​ນະ​ເຂດ,

ຊຶ່ງເອີ້ນວ່າເປັນສະຖານີພາກ. ນອກ​ນັ້ນ ການ​ອອກ​ອາກາດ​ຂອງ​ໂທລະພາບ​ແຫ່ງ​ຊາດ​ລາວ ຜ່ານ​ເຄື່ອງ​ສົ່ງ​ພາກ​ພື້ນ

​ດິນ, ຊຶ່ງ​ຜູ້​ຮັບ​ຊົມ​ຈະ​ຮັບ​ສັນຍານ​ຜ່ານ​ແຟງ​ຮັບ​ກ້າງປາ, ແລະ ຜ່ານລະບົບ​ດາວ​ທຽມ​ໄທ​ຄົມ 5 ໄປຍັງຫລາຍ​ປະ​ເທດ​

ພ້ອມໆ​ກັນ​ໃນ​ຂົງ​ເຂດ​ອາຊີ-ປາຊີ​ຟິກ​ເຊັ່ນ: ຈີນ, ອິນ​ ເດຍ, ​ເກົາຫລີ, ຍີ່ປຸ່ນ, ສິງກະ​ໂປ, ຟີລິປິ​ນ ແລະ ອື່ນໆ​ຫລາຍ​ກວ່າ

24 ປະ​ເທດ, ພ້ອມນັ້ນຍັງໄດ້ອອກ​ອາກາດ​ຜ່ານລະບົບ​ດີ​ຈີ​ຕອນ​ທີ​ວີ (ແບບ​ບໍ່​ມີ​ສາຍ ຫລື ກ່ອງ​ຮັບ​ສັນຍານ) ຂອງບໍລິ

ສັດ​ລາວ​ດີ​ຈີ​ຕອນ​ທີ​ວີ ແລະ ​ລະບົບ​ເຄ​ເບິ້ນທີ​ວີ (ສາຍ​ກາບ) ໃນ 2 ​ລະບົບ​ນີ້​ສ່ວນ​ໃຫຍ່​ແລ້ວ ຈະ​ຮັບ​ຊົມ​​ໄດ້​ແຕ່​ສະ​ເພາະ

​ຕົວ​ເມືອງ​ໃຫຍ່​ຂອງ​ປະ​ເທດ​ລາວ ເທົ່າ​ນັ້ນ​ເຊັ່ນ: ນະ ຄອນຫລວງ​ວຽງ​ຈັນ, ຫລວງ​ພະ​ບາງ ແລະ ຈຳ​ປາ​ສັກ. ​ສະຫລຸບ​ລວມ

​ແລ້ວ​ ຜູ້​ທີ່​ຮັບ​ຊົມ​ໂທລະພາບ​ແຫ່ງ​ຊາດ​ລາວ​ ທັງ 4 ຊ່ອງ​ທາງ​ແມ່ນ​ກວມ​ເອົາ 80% ຂອງ​ເນື້ອ​ທີ່​ທັງ​ໝົດ.

 

ທ່ານອຳນວຍການໂທລະພາບແຫ່ງຊາດຍັງໃຫ້ຮູ້ວ່າ: ຕະ ຫລອດ​ໄລຍະ​ຜ່ານ​ມາ​ນີ້ ໂທລະພາບ​ແຫ່ງ​ຊາດ​ລາວ​ທັງ 2 ຊ່ອງ​

ແມ່ນ​ໄດ້ເຮັດໜ້າທີ່ ແລະ ພາລະບົດບາດຂອງຕົນເພື່ອກາຍເປັນ ເຄື່ອງມື ແລະ ປາກກະບອກ ສຽງອັນສຳຄັນໃນການ

ໂຄສະ ນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຕ່າງໆຂອງລັດລົງສູ່ປະຊາຊົນ ໄດ້ຢ່າງກວ້າງ

ຂວາງ, ຊຶ່ງສະ ແດງອອກຜ່ານການລົງ​ເກັບ​ກຳ​ເອົາ​ຂ່າວ, ບົດສ້າງ, ລາຍການ​ທີ່​ມີ​ເນື້ອ​ໃນ​ນັບແຕ່ການ​ເຄື​່ອນ​ໄຫວ​ຂອງ​

ບັນດາ​ທ່ານ​ຜູ້ນຳ​ ພັກ-ລັດ ແລະ ປະຊາຊົນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ມາ​ອອກ​ອາກາດ​ໃຫ້​ຜູ້​ຊົມ​ໄດ້​ຮັບ​ຮູ້​ຂໍ້​ມູນ​ຂ່າວ

ສານ ດ້ານ​ການ​ເມືອງ, ​ເສດ ຖະກິດ, ວັດທະນາ​ທຳ-ສັງຄົມ, ວຽກ​ດີ​ຄົນເດັ່ນ ແລະ ອື່ນໆ ເພື່ອ​ປະ ກອບສ່ວນ​ເຂົ້າ​ໃນ​ການ

​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ໃຫ້​ມີ​ຄວາມ​ພາ​ສຸກ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ມັ່ງ​ຄັ່ງ​ເຂັ້ມ​ແຂງຕະ

ຫລອດໄປ.

 

ບົດຂ່າວຈາກ: http://laophatthananews.blogspot.com/2014/08/blog-post_98.html