spot_img
Homeຂ່າວຕ່າງປະເທດໂທລະພາບ BBC ຂອງອັງກິດ ຈະປົດພະນັກງານ 1 ພັນກ່ວາຕຳແໜ່ງ ຫລັງລາຍຮັບຫລຸດ ຍ້ອນຄົນຫັນເສບສື່ອອນລາຍ!

ໂທລະພາບ BBC ຂອງອັງກິດ ຈະປົດພະນັກງານ 1 ພັນກ່ວາຕຳແໜ່ງ ຫລັງລາຍຮັບຫລຸດ ຍ້ອນຄົນຫັນເສບສື່ອອນລາຍ!

Published on

People arrive and depart from Broadcasting House, the headquarters of the BBC in London

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ກໍລະກົດນີ້ວ່າ ບໍລິສັດເຜີຍແຜ່ພາບກະຈາຍສຽງອັງກິດ ຫລື ບີບີຊີ (BBC) ເຊິ່ງເປັນສະຖານີໂທລະພາບຊື່ດັງຂອງໂລກ ໄດ້ມີແຜນຈະປັບຫລຸດພະນັກງານລົງ ຫລາຍກ່ວາ 1,000 ຕຳແໜ່ງ ເຊິ່ງເປັນສ່ວນໜຶ່ງໃນການຫລຸດຜ່ອນຄ່າໃຊ້ຈ່າຍ ເນື່ອງຈາກຊາວອັງກິດໄດ້ຫັນປ່ຽນໄປເສບສື່ສັງຄົມອອນລາຍ ຢູ່ເທິງແທັບເລັດ ແລະ ສະມາດໂພນຫລາຍຂຶ້ນ ແທນການເບິ່ງໂທລະພາບຄືໃນເມື່ອກ່ອນ.

ທັງນີ້ ບີບີຊີ ແມ່ນມີອາຍຸເກືອບ 100 ປີ ແມ່ນມີລາຍຮັບຈາກເງິນພາສີຂອງປະຊາຊົນ ໂດຍທຸກຄົວເຮືອນທີ່ມີການຮັບຊົມລາຍການໂທລະພາບ ຈະຕ້ອງຈ່າຍຄ່າທຳນຽມປະຈຳປີໃຫ້ແກ່ສະຖານີ ເປັນເງິນ 145.50 ປອນ ຫລື 227 ໂດລາສະຫະລັດຕໍ່ປີ, ແຕ່ພາຍຫລັງມານີ້ ປະຊາຊົນຫັນໄປຮັບຊົມລາຍງານຕ່າງໆທາງອອນລາຍຫລາຍຂ້ນ ເຮັດໃຫ້ຈຳນວນຄົວເຮືອນທີ່ຍອມຈ່າຍຄ່າທຳນຽມດັ່ງກ່າວຫລຸດລົງເກີນຄາດໝາຍ ຈົນເຮັດໃຫ້ບໍລິສັດມີບັນຫາທາງດ້ານການເງິນ ສົ່ງຜົນເຮັດໃຫ້ມີການປັບຫລຸດຈຳນວນພະນັກງານລົງພັນກ່ວາຕຳແໜ່ງ ເພື່ອຊ່ວຍປະຢັດງົບປະມານ 50 ລ້ານປອນຕໍ່ປີ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...