spot_img
Homeຂ່າວຕ່າງປະເທດໂຈນປຸ້ນທະນາຄານພ້ອມມັດຕົວປະກັນຕິດລົດ ຫວັງໃຊ້ເປັນເກາະປ້ອງກັນ ໃນບຣາຊິລ

ໂຈນປຸ້ນທະນາຄານພ້ອມມັດຕົວປະກັນຕິດລົດ ຫວັງໃຊ້ເປັນເກາະປ້ອງກັນ ໃນບຣາຊິລ

Published on

ເວັບໄຊ USA Today ລາຍງານ: ເກີດເຫດກຸ່ມໂຈນເຂົ້າປຸ້ນທະນາຄານສອງແຫ່ງຢູ່ເຂດພາກຕາເວັນອອກໃຕ້ຂອງເຊົາເປົາໂລ, ປະເທດບຣາຊິລ ເຊິ່ງໂຈນກຸ່ມນີ້ໄດ້ເອົາຕົວຫຼົບໜີພ້ອມຈັບຕົວປະກັນສາມຄົນມາຜູກຕິດກັບຝາກະໂປງລົດຫວັງໃຊ້ເປັນເກາະປ້ອງກັນກະສຸນລູກປືນຈາກເຈົ້າໜ້າທີ່.

ນອກຈາກປຸ້ນທະນາຄານແລ້ວ ກຸ່ມໂຈນດັ່ງກ່າວຍັງໄດ້ຈູດຊະນວນລະເບີດທົ່ວເມືອງທີ່ກໍ່ເຫດ ພ້ອມຈູດໄຟເຜົາລົດຍົນຫຼາຍສິບຄັນ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບ 1 ຄົນ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ໃຊ້ເວລາຫຼາຍຊົ່ວໂມງເພື່ອຊ່ວຍເກ້ຍກ່ອມໃຫ້ກຸ່ມໂຈນຍອມປ່ອຍຕົວປະກັນ ໃນທີ່ສຸດເຈົ້າໜ້າທີ່ກໍສາມາດຊ່ວຍເຫຼືອຕົວປະກັນພ້ອມຈັບກຸມກຸ່ມກໍ່ເຫດຄັ້ງນີ້ໄດ້.

ຢ່າງໃດກໍຕາມ, ໂຮງຮຽນຫຼາຍແຫ່ງພາຍໃນເມືອງໄດ້ຖືກສັ່ງປິດ ແລະ ທາງເຈົ້າໜ້າທີ່ກໍໄດ້ເຕືອນປະຊາຊົນໃຫ້ອາໄສຢູ່ແຕ່ບ້ານເຮືອນຂອງໃຜລາວຈົນກວ່າຈະສາມາດເກັບກູ້ລະເບີດທັງໝົດໄດ້.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...