spot_img
Homeຂ່າວທ້ອງຖິ່ນໂຄງການກໍ່ສ້າງ ຂະຫຍາຍໜ້າທາງ ແຕ່ຫຼັກ 9 ເໜືອ ຫາຂົວເຊໂດນ 1 ສຳເລັດ 70%

ໂຄງການກໍ່ສ້າງ ຂະຫຍາຍໜ້າທາງ ແຕ່ຫຼັກ 9 ເໜືອ ຫາຂົວເຊໂດນ 1 ສຳເລັດ 70%

Published on

1-6

 

ໂຄງການກໍ່ສ້າງຂະຫຍາຍໜ້າທາງປູດ້ວຍເບຕົງ ໄລຍະທາງແຕ່ຫຼັກກິໂລແມັດທີ 9 ເໜືອຫາຂົວເຊໂດນ 1 ຫາ ວົງວຽນຂົວເຊໂດນ 2 ເມືອງ ປາກເຊ ແຂວງຈຳປາສັກ ລວມໄລຍະທາງທັງໝົດ 8.630 ແມັດ. ຊຶ່ງໄລຍະຄວາມກວ້າງຂອງເສັ້ນທາງ ແຕ່ໄລຍະກິໂລແມັດທີ 9 ຫາວົງວຽນສະໜາມບິນເມືອງປາກເຊ ມີຄວາມຍາວ 5.740 ແມັດ ເປັນທາງ 6 ເລນ ແລະ ຈາກວົງວຽນສະໜາມບິນ ໄປຫາວົງວຽນຂົວເຊໂດນ 2 ເປັນທາງ 4 ເລນ ຊຶ່ງດຳເນີນການກໍ່ສ້າງມາແຕ່ເດືອນ 6/ 2013 ມີໄລຍະການກໍ່ສ້າງກຳນົດ 30 ເດືອນ, ມາຮອດປະຈຸບັນ ນີ້ ໄດ້ສຳເລັດໄປແລ້ວ 70% ຄາດວ່າຈະໃຫ້ສຳເລັດໃນເດືອນ 10 ປີ 2015 ນີ້.

ທ່ານ ພັນທະຫວັດ ໂສມສັກ ຜູ້ຈັດການໂຄງການດັ່ງກ່າວໄດ້ກ່າວວ່າ: ໂຄງການນີ້ລວມມີມູນຄ່າການກໍ່ສ້າງທັງໝົດ 40.770.342 ໂດລາ ຊຶ່ງ ແມ່ນບໍລິສັດ ລາວເວີນອະສັງຫາລິມະຊັບ ຈຳກັດ (ບໍລິສັດ ລາວເວີນ ວິສະວະກຳ ແລະ ກໍ່ສ້າງຈຳກັດ) ເປັນຜູ້ຮັບເໝົາກໍ່ສ້າງ ແລະ ລົງທຶນກ່ອນ, ຫຼັງຈາກນັ້ນ ເຈົ້າຂອງໂຄງການກໍຄືແຂວງຈຳປາສັກ ຈະຊຳລະຄືນພາຍໃນ 5 ປີ ໂດຍຈະໄດ້ເລີ່ມແຕ່ສົກງົບປະມານປີ 2013 – 2014 ເປັນຕົ້ນໄປ.

ປະຈຸບັນນີ້ໂຄງການກໍ່ສ້າງດັ່ງກ່າວ ພວມຕັ້ງໜ້າໃສ່ໜ້າວຽກໃຫ້ໄດ້ຕາມແຜນການ ແລະ ຮັບປະກັນທາງດ້ານຄຸນນະພາບ.

 

ແຫລ່ງ​ຂ່າວ: ໜັງ​ສື​ພິມ​ປະ​ຊາ​ຊົນ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...