ໂກງ​ຊັບ​ຮັບ​ກຳ​ໃນ​ຄຸກເກືອບ 2 ປີ

0
541
ພາບປະກອບຈາກອິນເຕີເນັດ

ທ້າວ​ໄຊ​ສົມ​ພອນ ອາ­ຍຸ 35 ປີ ອາ­ຊີບ​ນັກ­ທຸ­ລະ­ກິດ​ຢູ່​ບ້ານ​ພະ​ຂາວ ເມືອງໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຕ້ອງ​ໄດ້ໄປ​ໃຊ້​ຊີ­ວິດ​ໃນ​ຄ້າຍ​ຄຸມ​ຂັງ​ເກືອບ 2 ປີ ພາຍ­ຫຼັງ​ສານ​ປະ­ຊາ­ຊົນ ນະ­ຄອນ­ຫຼວງວຽງ​ຈັນ ໄດ້​ມີ​ຄຳ​ຕັດ­ສິນ​ລົງ­ໂທດ​ຜູ້­ກ່ຽວໃນ​ສະ­ຖານ​ສໍ້​ໂກງ​ຊັບ​ພົນ­ລະ­ເມືອງ ແລະ ນຳ​ໃຊ້​ແຊັກ​ປອມ.

ວັນ​ທີ 1 ມີ­ນາ​ນີ້ ໄອ​ຍະ​ການ​ປະ­ຊາຊົນ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ເປັນ​ໂຈດຮ່ວມ​ກັບ​ໂຈດ​ທາງ​ແພ່ງ​ອີກ 5 ຄົນ ເພື່ອຮ້ອງ​ຟ້ອງ​ທ້າວ ໄຊ​ສົມ​ພອນ ກິດ​ຕິ​ໂສ­ພົນ ເຈົ້າ​ຂອງ​ບໍ­ລິ­ສັດສຳ​ຫຼວດ ແລະ​ຮັບ​ເໝົາ​ກໍ່­ສ້າງ​ແຫ່ງ​ໜຶ່ງ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ຈຳ­ເລີຍ) ຫຼັງຜູ້­ກ່ຽວ​ໄດ້​ກະ­ທຳ​ຜິດ​ໃນ​ສະ­ຖານ​ສໍ້​ໂກງຊັບ​ຂອງ​ພົນ­ລະ­ເມືອງ ແລະ​ນຳ​ໃຊ້​ແຊັກປອມ​ເປັນ​ເຫດ​ໃຫ້​ຜູ້​ອື່ນ​ໄດ້​ຮັບ​ຄວາມ​ເສຍຫາຍ ຊຶ່ງ​ຖືກ​ເຈົ້າ​ໜ້າ­ທີ່ ກັກ​ຕົວ​ມາ​ດຳ­ເນີນຄະ­ດີ​ໃນ​ວັນ​ທີ 25 ທັນ­ວາ 2014.

ຕາມ​ຄຳ​ຖະ­ແຫຼງ​ໃນ​ທີ່​ປະ­ຊຸມ​ສານຂອງ​ອົງ​ໄອ​ຍະ​ການ​ປະ­ຊາ­ຊົນ ນະ­ຄອນຫຼວງ​ວຽງ​ຈັນ​ໃຫ້​ຮູ້​ວ່າ: ທ້າວ​ໄຊ​ສົມ​ພອນ ໄດ້​ກະ­ທຳ​ຜິດ​ໃນ​ສະ­ຖານ​ສໍ້​ໂກງ​ຊັບ​ຂອງພົນ­ລະ­ເມືອງ​ແທ້​ຈິງ ໂດຍ​ວັນ​ທີ 27 ເມສາ 2011 ໄດ້​ເຮັດ​ສັນ­ຍາ​ສັບ​ຄອນ​ແທັກຮັບ​ເໝົາ​ໂຄງ­ການ​ກໍ່­ສ້າງ​ຫ້ອງ­ການ​ພະແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ແຂວງຄຳ​ມ່ວນ ກັບ​ທ້າວ ສະ­ຖິດ ກ່ອນ​ຈະ​ຕົວະເອົາ​ເງິນ​ໄປ​ຫຼາຍ​ຮ້ອຍ​ລ້ານ​ກີບ ນອກຈາກ​ນີ້ ຍັງ​ໄດ້​ເຮັດ​ສັນ­ຍາ​ຮ່ວມ​ທຸ­ລະ​ກິດກັບ​ບໍ­ລິ­ສັດ​ມົນ­ຕີ​ກຣຸບໃນ​ການ​ກໍ່­ສ້າງໂຄງ­ການ​ສ້າງ​ວິ­ທະ­ຍາ­ໄລ​ແຂວງ​ຈຳ­ປາສັກ ແລະ​ໄດ້​ຕົວະ​ເອົາ​ເງິນ​ຈາກ​ບໍ­ລິ­ສັດດັ່ງ­ກ່າວ ນອກ­ຈາກ​ນີ້ ຜູ້​ຕ້ອງ​ຫາ​ຍັງ​ໄດ້ໄປ​ຕົວະ​ເອົາ​ເງິນ​ຈາກ​ບໍ­ລິ­ສັດ​ເປ​ໂທ​ລີເມັກ​ຈຳ­ນວນ​ກວ່າ 5 ຮ້ອຍ​ລ້ານ​ກີບ ແລະ ໄດ້​ນຳ​ໃຊ້​ແຊັກ​ປອມ ໂດຍ​ຜິດ​ຕໍ່​ລະບຽບ​ກົດ­ໝາຍ.

ຜ່ານ​ການ​ຄົ້ນ­ຄວ້າ​ບັນ­ດາ​ເອ­ກະ­ສານຫຼັກ​ຖານ ແລະ​ການ​ໄຕ່​ສວນ​ໃນ​ທີ່​ປະ­ຊຸມສານ​ຢ່າງ​ຄົບ​ຖ້ວນ, ສານ​ປະ­ຊາ­ຊົນ ນະຄອນ​ຫຼວງ​ວຽງ​ຈັນ ຈິ່ງ​ໄດ້​ລົງ­ໂທດ​ຕັດອິດ­ສະ­ຫຼະ­ພາບ​ທ້າວ​ໄຊ​ສົມ​ພອນ 2 ປີ ກັບ 6 ເດືອນ ໃນ​ຖານ​ສໍ້​ໂກ​ຊັບ​ພົນ​ລະເມືອງ ແລະ​ນຳ​ໃຊ້​ແຊັກ​ປອມ ແລະ​ພາຍຫຼັງ​ຄຳ​ໃຫ້­ການ​ຂອງ​ຜູ້­ກ່ຽວ​ທີ່​ຍອມ­ຮັບສາ­ລະ­ພາບ ແລະ​ຍອມ­ຮັບ​ໃຊ້​ເງິນ​ໃຫ້​ກັບໂທດ​ທາງ​ແພ່ງ ຈຳ­ນວນ 5 ຄົນ ສານ​ຈິ່ງໄດ້​ເຫັນ​ດີ​ຫຼຸດ​ໂທດ​ລົງ​ເຄິ່ງ​ໜຶ່ງ ເຫຼືອ 1 ປີ ກັບ 3 ເດືອນ ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້​ຝາກໄວ້.

ທີ່ມາ:logo