ແອັບເປິລປິດຕຳນານ iTunes ຢ່າງເປັນທາງການ

ແອັບເປິລປະກາດປິດຕຳນານ “iTunes” ຢ່າງເປັນທາງການ ໂດຍຈະແຍກອອກເປັນ 3 ແອັບພລີເຄເຊິນແລ້ວຈະອັບເດດພ້ອມ MacOS ໃໝ່ ທັງນີ້ iTunes ຊຶ່ງເປັນໜຶ່ງໃນສັນຍະລັກຂອງບໍລິສັດແອັບເປິລມາດົນກວ່າ 18 ປີ.

ໄອທູນສ “iTunes” ຄືຊອຟແວປະຍຸກສຳລັບໃຊ້ຟັງເພງ ແລະ ເປີດຟາຍວິດິໂອຂອງແອັບເປິລທີ່ໄດ້ເປີດໃຫ້ບໍລິການມາດົນກວ່າ 18 ປີ ທັງນີ້ ບໍລິສັດແອັບເປິລໄດ້ປະກາດປິດຕຳນານ “iTunes” ໃນງານ Worldwide Developer Conference (WWDC) ທີ່ເມືອງໂຮເຊ ລັດແຄລິຟໍເນຍ ສະຫະລັດອາເມຣິກາເມື່ອວັນທີ 3 ມິຖຸນາຜ່ານມາ ໂດຍໄດ້ປະກາດວ່າຈະແຍກແອັບ  ພລີເຄເຊິນນີ້ອອກເປັນ 3 ແອັບຄື Music Podcast ແລະ TV.

ຊຶ່ງຄວາມປ່ຽນແປງດັ່ງກ່າວເປັນສ່ວນໜຶ່ງຂອງລະບົບປະຕິບັດການໃໝ່ MacOS Catalina ຂອງແອັບເປິລຊຶ່ງຈະເລີ່ມໃຫ້ດາວໂຫຼດພາຍໃນປີນີ້ ຂະນະທີ່ ທ່ານ ເຄຣກ ເຟເດຣິກີ ໄດ້ກ່າວໃນງານ WWDC2019 ວ່າ ຜູ້ໃຊ້ງານສາມາດໃຊ້ແອັບ Finder ເທິງແມັກໃນການຊິງຂໍ້ມູນອຸປະກອນມືຖືໄດ້ແທນທີ່ iTunes ຫຼື Music ແບບເກົ່າ ແຕ່ກໍບໍ່ໄດ້ເປີດເຜີຍວ່າຈະມີການສະໜັບສະໜູນແນວໃດກັບຜູ້ໃຊ້ງານອຸປະກອບ iOS ລຸ້ນເກົ່າ ແລະ Window.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath.co.th