spot_img
Homeຂ່າວຕ່າງປະເທດເຮືອບິນຮູບແບບໃໝ່ໃນຊື່ Flying-V ປະຢັດພະລັງງານລົງ 20%

ເຮືອບິນຮູບແບບໃໝ່ໃນຊື່ Flying-V ປະຢັດພະລັງງານລົງ 20%

Published on

ຫຼາຍຄັ້ງທີ່ມີຂ່າວຄາວກ່ຽວກັບມົນລະພິດທາງອາກາດ ແລະ ການປ່ຽນແປງສະພາບອາກາດ ຊຶ່ງກາຍມາເປັນປະເດັນສຳຄັນທີ່ທົ່ວໂລກໃຫ້ຄວາມສົນໃຈ ໂດຍບັນດາບໍລິສັດຜູ້ຜະລິດຫຼາຍລາຍຕ່າງກໍເລີ່ມຫາວິທີທາງໃໝ່ໆທີ່ຈະຊ່ວຍໃຫ້ບັນຫາດັ່ງກ່າວຫຼຸດລົງໃຫ້ໄດ້ຫຼາຍທີ່ສຸດເພື່ອຮັກສາສິ່ງແວດລ້ອມໃຫ້ຍືນຍົງ ຫຼ້າສຸດ ກໍມີການປະດິດເຮືອບິນລຸ້ນໃນໂດຍໃສ່ຊື່ວ່າ Flying-V ທີ່ມາພ້ອມຮູບຊົງໂຕອັກສອນວີ (V) ຊຶ່ງຈະຫຼຸດການໃຊ້ພະລັງງານເຊື້ອໄຟໄດ້ເຖິງ 20% ແລະ ຄາດວ່າໂມເດລຕົ້ນແບບຈະເປີດໂຕໃນທ້າຍປີນີ້.

ໂດຍທີມວິໄຈຈາກມະຫາວິທະຍາໄລເຕັກໂນໂລຊີເດລຟໃນປະເທດເນເທີແລນໄດ້ຮ່ວມກັນຜະລິດໂມເດລຕົ້ນແບບ Flying-V ພາຍໃຕ້ການສະໜັບສະໜູນດ້ານເງິນທຶນຈາກ KLM ສາຍການບິນສັນຊາດດັຊ ສຳລັບເຮືອບິນລຸ້ນນີ້ໄດ້ຖືກອອກແບບໃຫ້ມີຮູບຊົງຄ້າຍຄືໂຕອັກສອນ V ໂດຍສ່ວນຂອງປີກຈະເປັນພື້ນທີ່ໂດຍສານ ພ້ອມດ້ວຍພື້ນທີ່ຕິດຕັ້ງເຄື່ອງຍົນ ແລະ ບັນທຸກສິນຄ້າ ຂະນະທີ່ຕົວເຄື່ອງມີຄວາມຍາວ 55 ແມັດ ສູງ 17 ແມັດ ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 314 ຄົນ.

ເຖິງແມ່ນວ່າສິ່ງທີ່ເຫັນຈະຍັງເປັນພຽງພາບຈຳລອງ ແຕ່ເຊື່ອວ່າປະມານທ້າຍປີນີ້ກໍຈະໄດ້ເຫັນເຮືອບິນລຸ້ນ Flying-V ແບບສົມບູນ ແລະ ຈະມີການນຳມາທົດລອງບິນໃນເດືອນຕຸລາ 2019 ແລະ ຖ້າເປັນໄປຕາມທີ່ຄາດການໄວ້ ເຮືອບິນລຸ້ນ Flying-V ກໍຈະຖືກນຳໃຊ້ໃນອະນາຄົດແນ່ນອນ.

 

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: hilight.kapook

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...