spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ໄທ ບຸກຍຶດຢາສະຜົມ-ຄຣີມອາບນໍ້າປອມ

ເຈົ້າໜ້າທີ່ໄທ ບຸກຍຶດຢາສະຜົມ-ຄຣີມອາບນໍ້າປອມ

Published on

ເມື່ອວັນທີ 1 ພຶດສະພາທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ເຂົ້າຄົ້ນເຮືອນຫຼັງໜຶ່ງ ຢູ່ບ້ານບົວທອງ, ເມືອງບາງບົວທອງ, ແຂວງນົນທະບູລີ ທີ່ໄດ້ຮັບແຈ້ງຈາກປະຊາຊົນວ່າ ເປັນບ່ອນລັກລອບຜະລິດຢາສະຜົມ-ຄຣີມອາບນໍ້າປອມຫຼາຍຍີ່ຫໍ້, ເພື່ອນໍາໄປຂາຍຕາມທ້ອງຕະຫຼາດໃນລາຄາທີ່ຖືກກວ່າລາຄາປົກກະຕິ.

ພາຍຫຼັງທີ່ເຈົ້າໜ້າທີ່ກວດຄົ້ນເຮືອນຫຼັງດັ່ງກ່າວພົບເຫັນຢາສະຜົມ-ຄຣີມອາບນໍ້າປອມຫຼາຍຍີ່ຫໍ້ ຈຳນວນ 129 ຕຸກເຊັ່ນ: Sunsilk, head and shoulders, PANTENE, Loreal, Vaseline, Shokubutsu, DOVE…ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຍຶດເອົາສິນຄ້າ ພ້ອມກັບກັກຕົວຜູ້ກະທຳຜິດ.

ຈາກການສອບປາກຄຳຜູ້ກ່ຽວຮັບສາລະພາບວ່າ: ໄດ້ທຳການສຶກສາວິທິເຮັດຢາສະຜົມ-ຄຣີມອາບນໍ້າປອມ ມາຈາກຢູທູບ ແລະ ພັດທະນາສູດຫຼາຍຄັ້ງໃຫ້ມີລັກສະນະໃກ້ຄຽງກັບສິນຄ້າຈິງ, ສຳລັບຂວດບັນຈຸແມ່ນຊື້ມາຈາກຮ້ານຊື້-ຂາຍເຄື່ອງເກົ່າ, ນໍາມາລ້າງ ແລະ ບັນຈຸສ່ວນປະສົມລົງໄປ, ຫຼັງຈາກນັ້ນກໍນຳໄປຈໍາໜ່າຍຕາມທ້ອງຕະຫຼາດ ໂດຍຕິດປ້າຍໂຄສະນາສະເໜີຂາຍໃນລາຄາໂປຣໂມຊັ່ນ, ບາງຄັ້ງກໍອ້າງວ່າ: ເປັນສິນຄ້າມີຕໍາໜິ, ຂວດບັນຈຸສິນຄ້າບໍ່ຜ່ານມາດຕະຖານໂຮງງານ ຈຶ່ງສາມາດມາຂາຍໃນລາຄາທີ່ຖືກກວ່າປົກກະຕິໄດ້.

ນອກນີ້, ເຈົ້າໜ້າທີ່ໄດ້ຢໍ້າເຕືອນປະຊາຊົນວ່າ: ຕ້ອງສັງເກດສິນຄ້າໃຫ້ດີໂດຍສະເພາະ ສະຫຼາກສິນຄ້າ, ກະຕຸກບັນຈຸສິນຄ້າ, ກິ່ນ, ສີ ແລະ ລາຄາທີ່ຖືກຜິດປົກກະຕິ ຫຼືມີອາການແພ້ຫຼັງຈາກໃຊ້ແມ່ນໃຫ້ຢຸດໃຊ້ທັນທີ, ເພາະອາດສ່ຽງເກີດອັນຕະລາຍຕໍ່ຜິວໜັງ ແລະ ເສັ້ນຜົມຂອງຜູ້ບໍລິໂພກໄດ້.

ຂ່າວ: Khaosod

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...