spot_img
Homeຂ່າວຕ່າງປະເທດແມ່ຕູ້ ອາຍຸ 123 ປີ ປະກາດວ່າຍັງໂສດ

ແມ່ຕູ້ ອາຍຸ 123 ປີ ປະກາດວ່າຍັງໂສດ

Published on

ແມ່ຕູ້ ອາຍຸ 123 ປີ ຮຽກຮ້ອງໃຫ້ສັງຄົມອອນລາຍຫາແຟນໃຫ້ ໂດຍບອກວ່າ ຍັງໂສດ ຍັງຊິງ ແລະ ຍັງຖ້າຜູ້ຊາຍທີ່ຈະມາເປັນແຟນຢູ່.

ເທຣີຊາ ໄນຣ່າຄາຈຳບາ ແມ່ຕູ້ ອາຍຸ 123 ປີ ຈາກລະວັນດາ ອາຟຣິກາ ໄດ້ໃຫ້ສຳພາດ ໂດຍກ່າວເຖິງຊີວິດສ່ວນໂຕທີ່ເຮັດໃຫ້ຫຼາຍຄົນຕົກໃຈ ເພາະນອກຈາກແມ່ຕູ້ຈະມີອາຍຸຫຼາຍແລ້ວ ແມ່ຕູ້ກໍຍັງບໍ່ເຄີຍແຕ່ງງານ ຫຼື ມີແຟນເລີຍ.

ຈາກວິດີໂອທີ່ໃຫ້ສຳພາດວ່າ ເຖິງຈະມີອາຍຸຍືນຍາວ ແຕ່ບໍ່ເຄີຍມີຄວາມສຳພັນ ຫຼື ມີແຟນເລີຍໃນຊີວິດ ໃນອາດີດເຄີຍມີຜູ້ຊາຍມາຈີບຢູ່ບາງເທື່ອ ແຕ່ເນື່ອງຈາກວ່າ ຕົນຍັງນ້ອຍ ແລະ ຍຶດຄະຕິທີ່ວ່າ “ຕ້ອງຫາຜູ້ຊາຍສົມບູນແບບມາເປັນຄູ່ຊີວິດ” ແມ່ຕູ້ຈຶ່ງປະຕິເສດໄປ.

ປັດຈຸບັນ ແມ່ຕູ້ກຳລັງຊອກຫາຄົນທີ່ຈະມາໃຊ້ຊີວິດຮ່ວມກັນ ດ້ວຍຄວາມຊ່ວຍເຫຼືອຄົນອື່ນໆ ແມ່ຕູ້ຈຶ່ງມີບັນຊີໂຊຊຽວມີເດຍ ແລະ ໄດ້ໂພສຄວາມປາຖະໜາຕໍ່ສາທາລະນະ ແຕ່ເສຍດາຍທີ່ແມ່ຕູ້ຍັງບໍ່ມີຄົນຕອບກັບ.

ແຫຼ່ງຂ່າວ Afrimax English

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...