spot_img
Homeຂ່າວຕ່າງປະເທດແພດໝໍ 16 ຄົນ ຜ່າຕັດເກີດລູກ ໃຫ້ແມ່ນໍ້າໜັກ 160 ກິໂລກຣາມ

ແພດໝໍ 16 ຄົນ ຜ່າຕັດເກີດລູກ ໃຫ້ແມ່ນໍ້າໜັກ 160 ກິໂລກຣາມ

Published on

ຕາມສຳນັກຂ່າວຈີນລາຍງານເມື່ອວັນທີ 13 ທັນວາ 2016 ເວລາ 11:59 ໂມງ ຢູ່ໂຮງໝໍປະຊາຊົນ ມົນທົນຫູໜານ ແພດໝໍທັງໝົດ 16 ຄົນ ຕ້ອງຮ່ວມມືກັນດຳເນີນການຜ່າຕັດເກີດລູກພິເສດ, ເພາະແມ່ທີ່ກຳລັງຈະເກີດລູກນັ້ນ ມີນໍ້າໜັກຫຼາຍເຖິງ 160 ໂລ, ທັງມີພະຍາດປະຈຳໂຕຫຼາຍພະຍາດ ແລະພາວະແຊກຊ້ອນຫຼາຍຢ່າງ ເຮັດໃຫ້ການໃຊ້ຢາໃນການຜ່າຕັດເກີດລູກຍາກລຳບາກຫຼາຍ ແລະມີຄວາມສ່ຽງຫຼາຍ

%e0%bb%80%e0%ba%81%e0%ba%b5%e0%ba%94%e0%ba%a5%e0%ba%b9%e0%ba%81%e0%ba%81

ທາງທີມແພດເປີດເຜີຍວ່າ ແມ່ຄົນທີ່ເກີດລູກດັ່ງກ່າວ ຈາກການກວດ ແລະວິນິດໄສພົບວ່າ ລາວມີອາການຖືພາເປັນພິດໃນຊ່ວງຖືພາທຳອິດ, ມີພະຍາດປະຈຳຕົວທັງພະຍາດກ້າມເນື້ອຫົວໃຈເສື່ອມ, ພະຍາດເບົາຫວານ ແລະຄວາມດັນເລືອດສູງໃນເວລາຖືພາ ແລະການຜ່າຕັດຄັ້ງນີ້ອັນຕະລາຍຫຼາຍ ເພາະມີຄວາມລຳບາກໃນການວາງດົມຢາສະຫຼົບ ເພາະພະຍາດທີ່ລາວເປັນຢູ່ອາດເຮັດໃຫ້ລາວຂາດອົກຊີ ແລະຢຸດຫາຍໃຈເວລາຜ່າຕັດ ເຊິ່ງມັນອາດເປັນອັນຕະລາຍເຖິງຊີວິດແມ່ ແລະລູກໄດ້

ແນວໃດກໍຕາມ ທາງແພດໝໍ ໄດ້ເຮັດການຜ່າຕັດຢ່າງເຄັ່ງຄຽດ ແລະເຂັ້ມງວດດົນກວ່າ 2 ຊົ່ວໂມງ ກໍສາມາດເກີດລູກໃຫ້ແມ່ຄົນດັ່ງກ່າວໄດ້ສຳເລັດ ແລະປອດໄພທັງແມ່ລູກ ເຖິງວ່າການຜ່າຕັດຈະສ່ຽງຫຼາຍທີ່ອາດເກີດຂຶ້ນໃນຊ່ວງຜ່າຕັດ ຈົນເຮັດໃຫ້ແພດໝໍເຄັ່ງຄຽດ ແລະເມື່ອຍ ແຕ່ທຸກຄົນກໍໃຈດີທີ່ສາມາດເກີດລູກໃຫ້ແມ່ສຳເລັດ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...