spot_img
Homeຂ່າວຕ່າງປະເທດ"ແຈັກໝ່າ" ປະກົດຕົວໃນການປະຊຸມອອນລາຍຫຼັງຫາຍໜ້າຈາກສາທາລະນະຫຼາຍເດືອນ

“ແຈັກໝ່າ” ປະກົດຕົວໃນການປະຊຸມອອນລາຍຫຼັງຫາຍໜ້າຈາກສາທາລະນະຫຼາຍເດືອນ

Published on

ທ່ານ ແຈັກໝ່າ ຜູ້ກໍ່ຕັ້ງອາລີບາບາ ກຣຸ໊ບ ໄດ້ປະກົດຕົວຄັ້ງທຳອິດໃນວັນທີ 20 ມັງກອນ 2021 ຜ່ານການປະຊຸມຜ່ານທາງອອນລາຍຮ່ວມກັບຄູໃນຊົນນະບົດກວ່າ 100 ຄົນ ຫຼັງຈາກທີ່ເຂົາຫາຍໜ້າໄປຈາກສາທາລະນະນັບຕັ້ງແຕ່ເດືອນ ຕຸລາ 2020.

ເວັບໄຊຂ່າວທ້ອງຖິ່ນຈາກມົນທົນເຈີຈຽງລາຍງານວ່າ ທ່ານ ໝ່າ ຢູ່ໃນຊຸດເສື້ອແຂນຍາວສີດີ ໄດ້ຮ່ວມພິທີມອບລາງວັນໃຫ້ຄູຊົນນະບົດຜ່ານທາງວິດີໂອຄອນເຟີເຣນ ໂດຍງານດັ່ງກ່າວເປັນການມອບລາງວັນປະຈຳປີໃຫ້ແກ່ຄູຊົນນະບົດທີ່ສ້າງຜົນງານໃນຫຼາກຫຼາຍ ເຊິ່ງຖືກຈັດຂຶ້ນເປັນຄັ້ງທຳອິດເມື່ອປີ 2015 ໂດຍມູນນິທິແຈັກໝ່າ.

ທ່ານ ແຈັກໝ່າ ໄດ້ກ່າວວ່າ “ເຮົາຈະພົບກັນໃໝ່ເມື່ອການລະບາດຂອງໂຄວິດ-19 ສິ້ນສຸດລົງແລ້ວ”

ກ່ອນ ໜ້າ ນີ້, ການຫາຍຕົວໄປຂອງ ທ່ານ ແຈັກ ໝ່າ ໄດ້ກາຍເປັນປະເດັນທີ່ຖືກລາຍງານຢ່າງກວ້າງຂວາງໃນສື່ມວນຊົນຕາເວັນຕົກ. ຫຼາຍພາກສ່ວນຄາດວ່າການຫາຍຕົວໄປອາດຈະກ່ຽວຂ້ອງກັບກຸ່ມບໍລິສັດ Ant Group ທີ່ລັດຖະບານຈີນໂຈະການຄ້າຂາຍ IPO ໃນຕະຫຼາດແລກປ່ຽນຫຸ້ນຊຽງໄຮແລະ ຮ່ອງກົງ.

ແຈັກ ໝ່າ ໄດ້ປະກົດຕົວເປັນເທື່ອທຳອິດໃນທ່າມກາງກະແສຂ່າວວ່າ ບັນດານັກລົງທືນທີ່ເປັນລູກຄ້າທະນາຄານ ພາກັນເທຂາຍ ຫຼື ຫຼຸດຈຳນວນການຖືຫຸ້ນຂອງອາລີບາບາ ກຣຸ໊ບ ຫຼັງຈາກມີລາຍງານວ່າ ລັດຖະບານຈີນ ກຳລັງເລີ່ມກວດສອບອາລີບາບາໃນຂໍ້ຫາຜູກຂາດທາງການຄ້າ ນີ້ແມ່ນຄວາມຄືບໜ້າ ທີ່ໄດ້ດຳເນີນພາຍຫຼັງທີ່ເຈົ້າໜ້າທີ່ຈີນສັ່ງຫ້າມໃນການຂາຍ IPO.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...