spot_img
Homeນານາສາລະແຂ້ວກັບມາຂາວ ແບບງ່າຍໆ ດ້ວຍເປືອກກ້ວຍ ພຽງເຮັດຕາມຂັ້ນຕອນນີ້

ແຂ້ວກັບມາຂາວ ແບບງ່າຍໆ ດ້ວຍເປືອກກ້ວຍ ພຽງເຮັດຕາມຂັ້ນຕອນນີ້

Published on

ກ້ວຍນອກຈາກມີສັບພະຄຸນທາງໂຄສະນາການແລ້ວ ທ່ານຮູ້ ຫຼືບໍ່ວ່າ ເປືອກກ້ວຍຍັງມີປະໂຫຍດໃນການເຮັດໃຫ້ແຂ້ວຂາວໄດ້ ໂດຍທີ່ບໍ່ຕ້ອງເພິ່ງຢາເຄມີ ທີ່ເຮັດໃຫ້ແຂ້ວເປັນອັນຕະລາຍໄດ້ອີກດ້ວຍ

ສຳລັບການເຮັດນັ້ນ ຕ້ອງກຽມດ້ວຍການຖູແຂ້ວດ້ວຍຢາສີແຂ້ວປົກກະຕິ ເພື່ອເອົາຄາບເປື້ອນອອກຈາກແຂ້ວໃຫ້ຮຽບຮ້ອຍກ່ອນ, ຈາກນັ້ນຄ່ອຍກຽມເປືອກກ້ວຍສຸກ ເຊິ່ງເປັນຊ່ວງທີ່ເປືອກກ້ວຍ ມີໂປແຕສຊຽມສູງ

ເອົາເປືອກກ້ວຍໃນສ່ວນດ້ານໃນ ຖູຄ່ອຍໆ ບໍລິເວນແຂ້ວໂດຍຮອບໃຫ້ທົ່ວ ເປັນເວລາ 2 ນາທີ ແຮ່ທາດຕ່າງໆ ຈາກເປືອກກ້ວຍເຊັ່ນ: ໂປແຕສຊຽມ, ແມັກນີຊຽມ ແລະແມງການີສ ຊຶມເຂົ້າໄປໃນແຂ້ວ ເຊິ່ງມີຄຸນສົມບັດທີ່ຈະເຮັດໃຫ້ແຂ້ວຂາວຂຶ້ນ

ໃນເວລາກາງຄືນກ່ອນນອນ ສາມາດເອົາເປືອກກ້ວຍມາຖູ ໃຫ້ດົນຂຶ້ນກວ່າເກົ່າ ເພື່ອຕ້ອງການໃຫ້ຄາບເປື້ອນ ທີ່ເຮົາບໍ່ຕ້ອງການຫຼຸດອອກມາ ຄວນໃຊ້ເປືອກກ້ວຍທຳຄວາມສະອາດເປັນປະຈຳ ວັນລະ 2 ເທື່ອ ເພື່ອໃຫ້ແຂ້ວຂາວຂຶ້ນຢ່າງທຳມະຊາດ, ພຽງເທົ່ານີ້ ທ່ານຈະໄດ້ແຂ້ວຂາວຢ່າງເປັນທຳມະຊາດ ສັງເກດເຫັນໄດ້ໃນ 2 ອາທິດ ລວມທັງປະຢັດເງິນຂອງທ່ານໄດ້ອີກ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...